ນະໂຍບາຍສະເໝີຕົ້ນສະເຫມີປາຍຂອງພັກ,ລັດຫວຽດນາມນັ້ນແມ່ນທັງໝົດເພື່ອມະນຸດ

ນະໂຍບາຍສະເໝີຕົ້ນສະເຫມີປາຍຂອງພັກ,ລັດຫວຽດນາມນັ້ນແມ່ນທັງໝົດເພື່ອມະນຸດ - ảnh 1

(vovworld)- ຕອນ​ເຊົ້າ​ວັນ​ທີ 9/12 ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​​ແຫ່ງ​ຊາດ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ຜົນ​ງານ​ສິດ​ທິ​ມະ​ນຸດ​ຫວຽດ​ນາມ ໃນ 70 ປີ​ຜ່ານ​ມາ. ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຢືນ​ຢັນ​ວ່າ: ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພັກ, ລັດ​ຫວຽດ​ນາມ ທັງ​ໝົດ​ເພື່ອ​ມະ​ນຸດ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຂອງ​ຫວຽດ​ນາມ ມີ 36 ມ​າດ​ຕາ ກຳ​ນົດ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ. ເປັນ​ຫນ້າ​ສົນ​ໃຈ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ລັດ​ຖະ​ທຳ​ມະ​ນູນ ຫວຽດ​ນາມ ໄດ້​ກຳ​ນົດ​ວ່າ “ລັດ ຮັບ​ປະ​ກັນ ແລະ ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ຮ​ັບ​ຮູ້, ເຄົາ​ລົບ​ການ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ປະ​ຕິ​ບັດ​ຈຸດ​ໝາຍ ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ, ທຸກ​ຄົນ​ມີ​ຊີ​ວິ​ດ​ອີ່ມ​ໜຳ​ສຳ​ລານພູ​ນ​ສຸກ, ມີ​ຄວາມ​ເສ​ລີ​ພາບ, ມີ​ເງື່ອນ​ໄຂ​ພັດ​ທະ​ນາ​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ