ນະໂຍບາຍສຳລັບເຂດຊົນເຜົ່າ,ເຂດພູດອຍຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກພັກແລະລັດ
ທ່ານລັດຖະມົນຕີທັງເປັນຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ໃນລາຍການ“ ປະຊາຊົນຖາມລັດຖະມົນຕີຕອບ
(ພາບ:VTV online )
(vovworld) - ໃນລາຍການ “ ປະຊາຊົນຖາມລັດຖະມົນຕີຕອບ “ ອາທິດຜ່ານມາ, ທ່ານລັດຖະມົນຕີທັງເປັນຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ຕອບຄຳຖາມ ຂອງປະຊາຊົນທີ່ກ່ຽວຂ້ອງເຖີງຄວາມຄືບໜ້າໃນການຜັນຂະຫຍາຍນະໂຍບາຍໜູນຊ່ວຍປະຊາຊົນຊົນເຜົ່າສ່ວນໜ້ອຍ, ຢູ່ເຂດພູດອຍ ແລະ ບັນຫາລະດົມທຶນໃນທົ່ວສັງຄົມ, ປະກອບສ່ວນຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫີວ,ຫຼຸດຜ່ອນຄວາມທຸກຍາກ, ຮັກສາຊີວິດເປັນປົກກະຕິ. ໂດຍໄດ້ຮັບມອບໝາຍໜ້າທີ່ຈາກນາຍົກລັດຖະມົນຕີ, ຄະນະກຳມະການຊົນເຜົ່າຫາກໍເຊັນສັນຍາລົງທຶນອຸປະຖຳຂອງລັດຖະບານ Ai Len ກັບລັດຖະບານ ຫວຽດນາມ, ດ້ວຍຈຳນວນທຶນເກືອບ 15 ລ້ານ ເອີໂຣ ໄລຍະ 2013 -2015. ທ່ານລັດຖະມົນຕີທັງເປັນຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ຢືນຢັນວ່າ, ປີ 2014, ຄະນະກຳມະການຊົນເຜົ່າຈະຈັດແບ່ງແຫຼ່ງຊັບພະຍາກອນໃຫ້ທ້ອງຖິ່ນຕ່າງໆ, ຮັບປະກັນໃຫ້ເປົ້າໝາຍຕ່າງໆລ້ວນແຕ່ໄດ້ຮັບແຫຼ່ງທຶນໜູນຊ່ວຍດັ່ງກ່າວ.
“ ປີ 2014, ລັດມີ ສອງໂຄງການຮັບປະກັນແຫຼ່ງຊັບພະຍາກອນຕ່າງໆຕາມແຜນການທີ່ໄດ້ວາງອອກ, ໃນນັ້ນໂຄງການສຳຄັນແມ່ນຊ່ວຍເຫຼືອປະຊາຊົນບັນດາເຜົ່າຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຫຼຸດພົ້ນອອກຈາກຄວາມອຶດຫີວ, ທຸກຍາກ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່. ແຫຼ່ງຊັບພະຍາກອນຂອງບັນດາອົງການສາກົນກໍຈະໄດ້ຮັບການຜັນຂະຫຍາຍໃນປີ 2014. ”