ນາຍົກລັດຖະມົນຕີຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມຢູ່ພາກກາງ,ໄຕງວຽນ
ບັນດາແຂວງພາກກາງຍັງຄົງຖືກນ້ຳຖ້ວມຢ່າງຮ້າຍແຮງ
(ພາບ: dantri.com.vn)
(vovworld) – ຝົນຕົກນ້ຳຖ້ວມຢູ່ພາກກາງ ແລະ ໄຕງວຽນ ໄດ້ເຮັດໃຫ້ 34 ຄົນເສຍຊີວິດ ແລະ ຫາຍສາບສູນ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບເສດຖະກິດ, ຊັບສິນ, ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳກະຊວງການເງິນສະໜອງເຂົ້າສານກ່ວາ 5.000 ໂຕນເພື່ອຊ່ວຍເຫຼືອປະຊາຊົນຢູ່ແຂວງ ແງ້ອານ, ຮ່າຕິ້ງ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສະໜອງ ວັກຊິນປ້ອງກັນພະຍາດສັດຈຳນວນໜຶ່ງໃຫ້ບັນດາແຂວງຖືກນ້ຳຖ້ວມ. ທ້ອງຖິ່ນຕ່າງໆພວມລະດົມທຸກໆພາຫະນະ, ກຳລັງ, ຈັດຕັ້ງການໜູນຊ່ວຍທັນຍາຫານ, ນ້ຳດື່ມ, ບັນດາເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນ, ຮັບປະກັນບໍ່ປະໃຫ້ປະຊາຊົນຜູ້ໃດຖືກອຶດຫິວ.
ທ່ານນາຍົກລັດຖະມົນຕີຫາກໍ່ມີໂທລະເລກຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນສືບຕໍ່ກວດກາ, ເປັນເຈົ້າການອົບພະຍົບປະຊາຊົນອອກຈາກເຂດອັນຕະລາຍ ມີໄພຖືກ, ນ້ຳຖ້ວມດິນເຊາະເຈື່ອນ ເຖິງເຂດປອດໄພ. ທ່ານນາຍົກລັດຖະມົນຕີຝາກຄຳຢື້ຢາມຖາມຂ່າວ, ແບ່ງປັນຄວາມເສົ້າສະຫຼົດໃຈເຖິງຍາດຕິພີ່ນ້ອງບັນດາຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນ, ຜູ້ຖືກບາດເຈັບ.