(vovworld) - ວັນທີ 13/4, ທ່ານນາຍົກລັດຖະມົນຕີຊົ່ວຄາວ ລີບີ Abdullah Al Thani ຖະແຫຼງລາອອກຈາກຕຳແໜ່ງ ແລະ ຖືວ່າທ່ານພ້ອມກັບຄອບຄົວໄດ້ກາຍເປັນຜູ້ປະສົບເຄາະຮ້າຍຂອງການບຸກໂຈມຕີກ່ອນນັ້ນໜຶ່ງວັນ. ຖະແຫຼງການຂອງທ່ານ Abdullah Al Thani ຊີ້ແຈ້ງວ່າ: ຈະບໍ່ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີພາຍຫຼັງ “ການບຸກໂຈມຕີທໍລະຍົດ” ເພື່ອແນໃສ່ທ່ານ ແລະ ຄອບຄົວ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຢືນຢັນວ່າຍັງຄົງເຮັດວຽກໃນຖານະເປັນນາຍົກລັດຖະມົນຕີຊົ່ວຄາວຮອດເວລາໃດມີນາຍົກລັດຖະມົນຕີຄົນໃໝ່ໄດ້ຮັບການແຕ່ງຕັ້ງ. ຂໍ້ຕົກລົງຂອງທ່ານ Abdullah Al Thani ໄດ້ຍົກອອກມາພາຍຫຼັງສະພາແຫ່ງຊາດ ລີບີ ຮຽກຮ້ອງໃຫ້ທ່ານສ້າງຕັ້ງຄະນະລັດຖະບານໃໝ່ບໍ່ທັນຮອດອາທິດໜຶ່ງ.