ນາຍົກລັດຖະມົນຕີລາວຢ້ຽມຢາມສັນຖະວະໄມ້ຕີຫວຽດນາມຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ
(ພາບປະກອບ: TTXVN)
(vovworld) - ຕອນເຊົ້າວັນທີ 15/05, ທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານບາວ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີລາວ. ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນ ແລະ ຊຸກຍູການພົວພັນຮ່ວມມືລະຫວ່າງການນຳ 2 ປະເທດ.