(ພາບ:vov.vn)
(vovworld)-ຕອນບ່າຍວັນທີ 29/8, ຢູ່ສຳນັກງານຫ້ອງວ່າການລັດຖະບານລາວ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍທ່ານໂຕຮູຍເຣືອ ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນຫົວໜ້າຄະນະ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານໂຕຮູຍເຣືອ ເນັ້ນໜັກວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຝ່າຍລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານໂຕຮູຍເຣືອ ເນັ້ນໜັກວ່າ, ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຈະສົມທົບກັບຄະນະຈັດຕັ້ງສູນກາງພັກ ປຊຊ ປະຕິວັດລາວ ໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະຢ່າງແໜ້ນແຟ້ນກ່ວາອີກ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກຢ່າງມີໄຊ. ສ່ວນທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ປາດຖະໜາວ່າ, ຄະນະຈັດຕັ້ງສູນກາງຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານກໍ່ສ້າງພັກ, ຮ່ວມມືຊ່ວຍເຫຼືອຊື່ງກັນ ແລະ ກັນ ໃນການຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກ. ທ່ານນາຍົກລັດຖະມົນຕີລາວ ຢືນຢັນວ່າ: ພັກ, ລັດ ແລະ ປຊຊ ລາວ ຈະເຮັດຈົນສຸດຄວາມສາມາດເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນມິດ ຕະພາບອັນເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.