ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາແຫ່ງຊາດອີຣານ

(VOVWORLD)-ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອີຣານ ແລະ ຊົມເຊີຍຕໍ່ວຽກງານເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດອີຣານ.

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາແຫ່ງຊາດອີຣານ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani

ຕອນບ່າຍວັນທີ 16 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງ ສາທາລະນະລັດອິດສະລາມອີຣານ Ali Ardeshir Larijani ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດອີຣານພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອີຣານ ແລະ ຊົມເຊີຍຕໍ່ວຽກງານເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດອີຣານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍສະເໜີໃຫ້ບັນດາກະຊວງ, ຂະແໜງການຫວຽດນາມ ແລະ ອີຣານ ຄວນຜັນຂະຫຍາຍການກຳນົດທິດຮ່ວມມືໂດຍໄວ ດ້ວຍບັນດາມາດຕະການລະອຽດສຸມໃສ່ບັນດາຂະແໜງການຄືການທ່ອງທ່ຽວ, ບໍ່ແຮ່ ແລະ ນ້ຳມັນອາຍແກັດ; ສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ 2 ຕຶ້ USD. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງການສ້າງຕັ້ງການພົວພັນດ້ານການທູດລະຫວ່າງຫວຽດນາມ - ອີຣານໃຫ້ເປັນຢ່າງດີ, ຜ່ານນັ້ນ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

        ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມປາດຖະໜາວ່າ ບັນດາວິສາຫະກິດອີຣານທີ່ລົງທຶນທຳການຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ, ຊຸກຍູ້ການພົບປະແລກປ່ຽນການຄ້າສອງສົ້ນ, ພິເສດແມ່ນບັນດາຜະລິດຕະພັນກະເສດທີ່ຫວຽດນາມມີທ່າແຮງ ເປັນຕົ້ນແມ່ນເຂົ້າສານ.

        ທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani ໃຫ້ຮູ້ວ່າ: ສະພາແຫ່ງຊາດອີຣານຫາກໍຮັບຮອງເອົາແຜນການພັດທະນາໄລຍະ 5 ປີ ຕໍ່ໄປ; ໃນນັ້ນ, ໄດ້ລະບຸເນື້ອໃນກ່ຽວຂ້ອງເຖິງການເພີ່ມທະວີການດຶງດູດນັກລົງທຶນເຂົ້າມາລົງທຶນໃນບັນດາຂະແໜງການຄື ນ້ຳມັນອາຍແກັດ, ການກັ່ນຕອງນ້ຳມັນ, ຜະລິດຕະພັນອາຍແກັດ ແລະ ກະສິກຳ. ນອກນ້ັນ, ອີຣານກໍປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະປົກປັກຮັກສາສິ່ງແວດລ້ອມ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດອີຣານ Ali Ardeshir Larijani ເນັ້ນໜັກວ່າ ທ່ານຍິນດີຕ້ອນຮັບ ແລະ ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມເຂົ້າມາລົງທຶນຢູ່ອີຣານ. ທ່ານປະທານສະພາແຫ່ງຊາດອີຣານ ຖືວ່າສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ; ໃນນັ້ນລວມມີການເປີດສາຍການບິນໂດຍກົງ ແລະ ຫັນລະບຽບການອອກວີຊາ ໃຫ້ເປັນງ່າຍດາຍ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັນດ້ານການທ່ອງທ່ຽວໃຫ້ຫຼາຍຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ