ທ່ານ Luis Enrique Gonzalez Acosta ແລະ ທ່ານ ຫງວຽນຊວນຟຸກ
|
(vovworld) - ຕອນບ່າຍວັນທີ 27/10, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານ Luis Enrique Gonzalez Acosta, ປະທານສຳນັກຂ່າວສານ Prensa Latina ຂອງ ກູບາ ພ້ອມກັບສະມາຊິກໃນຄະນະມາພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ ( 24-19/10). ທີ່ການຕ້ອນຮັບ, ທ່ານຫງວຽນຊວນຟຸກ ຕີລາຄາ 2 ອົງການສຳນັກຂ່າວສານຂອງ ຫວຽດນາມ ແລະ ກູບາ ມີຫຼາຍການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະຢ່າງມີປະສິດທິຜົນ, ມີຄວາມໝາຍໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ແລະ ໃນພາລະກິດສ້າງສາ, ພັດທະນາປະເທດຊາດໃນປະຈຸບັນ.
ສ່ວນທ່ານ Luis Enrique Gonzalez Acosta ຢັ້ງຢືນວ່າ ຍາມໃດກູບາ ກໍ່ຖືເປັນສຳຄັນການພັດທະນາການພົວພັນລະຫວ່າງ ສຳນັກຂ່າວສານ Prensa Latina ແລະ ສຳນັກຂ່າວສານ ຫວຽດນາມ ໃຫ້ເທົ່າທຽມກັບລະດັບສູງຂອງການພົວພັນດ້ານການເມືອງ, ການທູດ ແລະ ນ້ຳໃຈມິດຕະພາບແບບພິເສດ, ຫາຍາກລະຫວ່າງປະຊາຊົນ 2 ປະເທດ.