ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 04/05, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບັນດາການຕ້ອນຮັບ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ທ່ານShin Jong Kyun ແລະ ກຸ່ມບັນດານັກລົງທຶນ ອາເມລິກາ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເລື່ອງກຸ່ມບໍລິສັດແຖວໜ້າໂລກຄື Samsung ລົງທຶນເຂົ້າ ຫວຽດນາມ ດ້ວຍຈຳນວນຫລາຍ ແລະ ໃຫ້ຄຳໝັ້ນສັນຍາລົງທຶນໄລຍະຍາວໃນຂົງເຂດເຕັກໂນໂລຢີສູງ ນັ້ນແມ່ນຄວາມຢັ້ງຢືນຢ່າງແຮງ ສຳລັບການດຶງດູດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ກຸ່ມບໍລິສັດ Samsung ສືບຕໍ່ລົງທຶນເຂົ້າ ຫວຽນດາມ ຢ່າງແຮງ, ກໍ່ສ້າງ ແລະ ພັດທະນາສູນຄົ້ນຄວ້າ ແລະ ພັດທະນາ ດ້ວຍຂອບຂະໜາດໃຫຍ່ກ່ວາອີກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Samsung ດຳເນີນການຜະລິດ, ດຳເນີນທຸລະກິດຢ່າງສະດວກ. ບັນດາຜົນແຫ່ງການດຳເນີນທຸລະກິດຂອງ Samsung ຢູ່ ຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽນດມ - ສ.ເກົາຫຼີ ຕາມທິດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະໜັບສະໜູນກຸ່ມບໍລິສັດ Samsung ສືບຕໍ່ເປີດກ້ວາງການລົງທຶນຢູ່ ຫວຽດນາມ ບໍ່ພຽງແຕ່ໃນຂົງເຂດເອເລັກໂຕນິກເທົ່ານັ້ນ ຫາກຍັງບັນດາຂົງເຂດມີທ່າແຮງອື່ນໆ. ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ທ່ານ Shin Jong Kyun ໃຫ້ຮູ້ວ່າ: ໃນປີນີ້, Samsung ຈະຜະລິດກ່ວາ 200 ລ້ານຜະລິດຕະພັນໂທລະສັບມືຖືສົ່ງອອກສູ່ປະເທດຕ່າງໆໃນໂລກ. ທ່ານ Shin Jong Kyun ປາດຖະໜາວ່າ: ລັດຖະບານ ຫວຽດນາມ ຈະມີຍຸດທະສາດເໝາະສົມໂດຍໄວ ເພື່ອຮອງຮັບທ່າອ່ຽນພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມຂອງໂລກ. ທ່ານ Shin Jong Kyun ໃຫ້ຄຳໝັ້ນສັນຍາຈະເຄົາລົບບັນດາຂໍ້ກຳນົດກົດໝາຍຂອງ ຫວຽດນາມ ກ່ຽວກັບການລົງທຶນ, ດຳເນີນທຸລະກິດ…ຢ່າງເຂັ້ມງວດ.
ແລະໃນວັນດຽວກັນ, ທີ່ການຕ້ອນຮັບກຸ່ມບັນດານັກລົງທຶນ ອາເມລະກາ ໂດຍທ່ານ William Weidner ຜູ້ອຳນວຍການກຸ່ມບໍລິສັດ Weidner Holdings ນຳໜ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ບັນດາວິສາຫະກິດ ອາເມລິກາ ສາມາດໄວ້ວາງໃຈຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ໃນໄລຍະຈະມາເຖິງ ການພົວພັນ ຫວຽດນາມ - ອາເມລິກາ ຈະພັດທະນາແຮງກ່ວາອີກ ໃນບັນດາຂົງເຂດ ໃນນັ້ນມີຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ. ສ່ວນທ່ານ William Weidner ໃຫ້ຮູ້ວ່າ: ບັນດາສະມາຊິກລັດຖະສະພາ ອາເມລິກາ ສະໜັບສະໜູນບັນດາວິສາຫະກິດ ອາເມລິກາ ເຂົ້າລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ທີ່ສຸດ ແລະ ກຸ່ມວິສາຫະກິດ ອາເມລິກາ ກໍ່ປາດຖະໜາຢາກສ້າງສູນການຄ້າທັນສະໄໝຢູ່ນະຄອນ ໂຮ່ຈີມິນ. ທ່ານ William Weidner ຖືວ່າ: ດ້ວຍເລື່ອງເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ຫວຽດນາມ ຈະກາຍເປັແທດທີ່ດຶງດູດການລົງທຶນສາກົນ.