ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມເມືອງຈ່າຫຼີງ,ແຂວງກາວບັ່ງ
ທ່ານນາຍົກລັດຖະມົນຕີ ເຮັດວຽກຢູ່ເມືອງ ຈ່າຫຼີງ
|
(vovworld) - ຕອນບ່າຍວັນທີ 8/1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມເມືອງພູດອຍ ຈ່າຫຼີງ, ແຂວງ ກາວບັ່ງ ແລະ ກວດກາດ່ານຊາຍແດນແຫ່ງຊາດ ຈ່າຫລີງ (ຫວຽດນາມ) - ຫລູງບາງ (ນະຄອນ ຈິງສີ, ກວາງສີ, ປະເທດຈີນ). ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໜ້າທີ່ຈຸດສຸມຂອງທ້ອງຖິ່ນແມ່ນໄຈ້ແຍກສາຍເຫດ, ມີມາດຕະການລະອຽດເພື່ອແກ້ໄຂອັດຕາຜູ້ທຸກຍາກອຶດຫິວທີ່ຍັງຢູ່ໃນລະດັບສູງໃນບໍລິເວນເມືອງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ການພັດທະນາດ້ານການຄ້າ ການບໍລິການແມ່ນທິດທາງຖືກຕ້ອງຂອງ ກາວບັ່ງ ເວົ້າລວມ ແລະ ຈ່າຫຼີງ ເວົ້າສະເພາະ. ກໍ່ສ້້າງດ່ານຊາຍແດນ ຈ່າຫຼີງ ໃຫ້ກາຍເປັນດ່ານຊາຍແດນສາກົນແມ່ນທິດທາງສຳຄັນແຕ່ຄວນດຳເນີນກັບການສ້າງຕັ້ງບັນດາໝວດສິນຄ້າເຊິ່ງແມ່ນທ່າແຮງໃນການສົ່ງອອກຢ່າງຄົບຊຸດ ເພື່ອດຶງດູດການແລກປ່ຽນຄ້າຂາຍ. ທ່ານນາຍົກລັດຖະມົນຕີ ກໍ່ຕັກເຕືອນວ່າ ອຳນາດການປົກຄອງທ້ອງຖິ່ນຈົ່ງຮັກສານ້ຳໃຈມິດຕະພາບ ແລະ ຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນເປັນຢ່າງດີ.
ເມື່ອມອບຂອງຂວັນ 100 ພູດໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງຈ່າຫຼີງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ແລະ ເມືອງ ຈ່າຫຼີງ ຈັດຕັ້ງໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີຣະກາ ດ້ວຍຄວາມປອດໄພ, ເບີກບານມ່ວນຊື່ນ.
ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບປ້ອມກວດກາຊາຍແດນ ດ່ານຊາຍແດນ ຈ່າຫຼີງ.