ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງທະນາຄານແຫ່ງລັດ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງທະນາຄານແຫ່ງລັດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກມອບ​ຫລຽນ​ໄຊ​ໂຮ່​ຈ​ິ​ມີນ​ໃຫ້​ກາ​ນ​ນຳ
ທະ​ນາ​ຄານ​ແຫ່ງ​ລັດ
ພາບ:http://petrotimes.vn

(vovworld)- ​​ຕອນ​ເຊົ້າ​ວັນ​ທີ 26/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ອວຍ​ພອນ​ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນ ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ (6/5/1951-6/5/2016) ແລະ ຮັບ​ຫລຽນ​ໄຊ​ໂຮ່​ຈິ​ມີນ​ຄັ້ງ​ທີ 3. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ 65 ປີ​ຜ່ານ​ມາ ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ປະ​ຕິ​ວັດ​ຂອງ​ພັກ, ລັດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ ທະ​ນາ​ຄານ​ແຫ່ງ​ລັດ​ຄວນ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຈຸດ​ສຸມ​ເປັນ​ຢ່າງ​ດີ, ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ປະ​ສິດ​ທິ​ຜົນ​ການ​ຊີ້​ນຳ​ນຳ​ພາ, ຄາດ​ຄະ​ເນ​ສະ​ພາບ​ການ​ເສດ​ຖະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ທະ​ນາ​ຄານ​ແຫ່ງ​ລັດ​ບໍ​ລິ​ຫານ​ບັນ​ດາ​ເຄື່ອງ​ມື​ຂອງ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ, ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ນະ​ໂຍ​ບາຍ​ງົບ​ປະ​ມານ ແລະ ບັນ​ດາ​ນະ​ໂຍ​ບາຍ​ອື່ນ, ຄວບ​ຄ​ຸ​ມ​ໄພ​ເງິນ​ເຟີ້​ຕາມ​ຄາດ​ໝາຍ​ວາງ​ອອກ​ໃຫ້​ໄດ້ ແລະ ສ້າງ​ໂຄງ​ປະ​ກອບ​​ອົງ​ການ​ສິນ​ເຊື່ອທັງ​ໝົດ​ຄືນໃຫມ່​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຫນີ້​ເສຍຢ່າງ​ຂ້ຽວ​ຂາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ