ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບອົງການກວດສອບແຫ່ງລັດ

(VOVWORLD) -ຕອນເຊົ້າວັນທີ 23 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງເຮັດວຽກກັບອົງການກວດສອບແຫ່ງລັດກ່ຽວກັບວຽກງານກວດສອບປີ 2017
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບອົງການກວດສອບແຫ່ງລັດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກຳວຄຳເຫັນທີ່ການເຮັດວຽກກັບອົງການກວດສອບແຫ່ງລັດ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີອົງການກວດສອບແຫ່ງລັດຕ້ອງຍົກອອກບັນດາເອກະສານນິຕຳກຳທີ່ໄດ້ລ່າສະໄໝ, ພ້ອມທັງມອບໃຫ້ກະຊວງຍຸດຕິທຳຈົ່ງດຳເນີນການກວດກາຄືນເພື່ອລາຍງານຕໍ່ນາຍົກລັດຖະມົນຕີຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆເພື່ອປັບປຸງຫຼືຍົກເລີກເພື່ອແກ້ໄຂຈຸດອ່ອນທີ່ກໍ່ຄວາມເສຍຫາຍໃຫ້ແກ່ລັດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ການຊີ້ນຳ ບັນດາກະຊວງ, ຂະແໜງການຕ່າງໆຕ້ອງປັບໄໝລົງໂທດບັນດາສ່ວນບຸກຄົນ, ອົງການຕ່າງໆທີ່ລະເມີດລະບຽບກົດໝາຍ. ພ້ອມກັນນັ້ນ, ຕ້ອງຊອກຫາສາຍເຫດທີ່ພາໄປເຖິງຄວາມຜິດພາດໃນການນຳໃຊ້ແຫຼ່ງການເງິນຂອງລັດເພື່ອຈະມີມາດຕະການສະກັດກັ້ນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ