ນາຍົກລັດຖະມົນຕີຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກກ້ານ

(VOVWORLD) -       ຕອນເຊົ້າວັນທີ 19 ພະຈິກ, ຢູ່ແຂວງບັກກ້ານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງບັກກ້ານປີ 2017
 ນາຍົກລັດຖະມົນຕີຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກກ້ານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເນັ້ນໜັກວ່າ ບັກກ້ານແມ່ນແຂວງທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ, ດັ່ງນັ້ນຕ້ອງມີເຈດຈຳນົງບືນຕົວຂຶ້ນໃນການສ້າງເສດຖະກິດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ : 

     “ແຂວງບັກກ້ານທຳການຕໍ່ຕ້ານໃນເມື່ອກ່ອນ, ໃນທຸກວັນນີ້ ຕ້ອງແມ່ນແຂວງປ່ຽນແປງໃໝ່, ປະດິດຄິດສ້າງໃນການສ້າງແຜນຍຸດທະສາດພັດທະນາເສດຖະກິດສັງຄົມ, ເປັນແບບຢ່າງນຳໜ້າໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ. ຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຮູ້ຈັກປຸກລະດົມປະຊາຊົນສ້າງຄວາມຮັ່ງມີ, ຕ້ອງສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ ”

    ພາຍຫຼັງເຂົ້າຮ່ວມ ກອງປະຊຸມສົ່ງເສີມການລົງທຶນແຂວງບັກກ້ານປີ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງ ແຂວງບັກກ້ານ. ທ່ານໃຫ້ຮູ້ວ່າ : 

     “ ໜ້າທີ່ໃຈກາງຂອງ ແຂວງບັກກ້ານ ແມ່ນເລັ່ງໃສ່ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ນີ້ແມ່ນໂຄງການທີ່ສຳຄັນ. ຍ້ອນເຫດນີ້, ຕ້ອງປຸກລະດົມຂະບວນການທົ່ວສັງຄົມ ແລະ ຖືວ່າ ນີ້ແມ່ນໜ້າທີ່ການເມືອງຢູ່ທ້ອງຖິ່ນ, ຕ້ອງມີວິທີການລະອຽດ, ຊອກຫາສາຍເຫດ, ມີແຜນການລະອຽດເພື່ອນຳມາປຶກສາຫາລື, ມີວິທີແກ້ໄຂເຊັ່ນ ການປູກປ່າ, ລ້ຽງສັດ, ປູກຕົ້ນຢາສະໝູນໄພ, ເປັນຕົ້ນແມ່ນການລ້ຽງງົວ ແລະ ປູກຕົ້ນໄມ້ອຸດສາຫະກຳອື່ນໆໃນບໍລິເວນແຂວງ ”.

  ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວັນບັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງ  ນົງເຖື້ອງ, ນະຄອນບັກກ້ານ ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອຂອງແນວໂຮມປະເທດຊາດຫວຽດນາມ (ຄືວັນທີ 18 ພະຈິກປີ 1930 – 18 ພະຈິກປີ 2017)

ຕອບກັບ

ຂ່າວ/ບົດ​ອື່ນ