ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດMichael Froman,ຜູ້ຕາງໜ້າດ້ານການຄ້າອາເມລິກາ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ ແລະ ທ່ານ Michael Froman,ຜູ້ຕາງໜ້າດ້ານການຄ້າອາເມລິກາ
(ພາບ: VGP/Nhật Bắc)
|
(vovworld) - ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ Michael Froman, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃນຕອນບ່າຍວັນທີ 22/4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ຕີລາຄາສູງໝາກຜົນແຫ່ງການເຮັດວຽກຂອງຄະນະກັບການນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ: ການຢ້ຽມຢາມຈະປະກອບສ່ວນແທດຈິງເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຖືວ່າ: ດ້ວຍຈິດໃຈກົງໄປກົງມາ, ສ້າງສັນ, ມີເຈດຕະນາດີ ແລະ ໃຫ້ການຮ່ວມມື, ວິວັດການເຈລະຈາລະຫວ່າງ 2 ຝ່າຍໄດ້ມີບັນດາບາດກ້າວຍາວນານ, ຫວຽດນາມ ເຊື່ອໝັ້ນວ່າ: ດ້ວຍເຈຕະນາດີຈາກທັງ 2 ຝ່າຍ, 2 ປະເທດຈະບັນລຸໄດ້ຂໍ້ຕົກລົງກັນສິ້ນສຸດການເຈລະຈາໂດຍໄວ.
ສ່ວນທ່ານ Michael Froman, ໃຫ້ຮູ້ວ່າ: ຝ່າຍ ອາເມລິກາ ຍາມໃດກໍ່ມີທັດສະນະຢ່າງສະເໝີຕົ້ນສະເໝີປາຍໃນການສ້າງຄວາມດຸນດ່ຽງດ້ານຜົນປະໂຫຍດ, ຍອມຮັບບາງກໍລະນີສະເພາະ ແລະ ຮັບຮູ້ໄລຍະຫັນປ່ຽນເພື່ອໃຫ້ ຫວຽດນາມ ປະຕິບັດບັນດາຄຳໝັ້ນໝາຍຂອງສັນຍາດັ່ງກ່າວ. ຝ່າຍ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍໃນການເພີ່ມທະວີກຳລັງຄວາມສາມາດປະຕິບັດ ແລະ ໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ ໃນວິວັດທະນາການປະຕິບັດສັນຍາ. ສະແດງຄວາມແບ່ງປັນ, ສະໜັບສະໜູນວິໄສທັດ ແລະ ເຊື່ອໝັ້ນຕໍ່ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ, ທ່ານ Michael Froman ເຊື່ອໝັ້ນວ່າ: 2 ຝ່າຍຈະສິ້ນສຸດການເຈລະຈາ TPP ໂດຍໄວ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ເວືອງດິ່ງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Michael Froman. ນະທີ່ນີ້, ເມື່ອເຕື້ອງເຖິງໂຄງການເຄື່ອນໄຫວເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມ ປາຊີຟິກ (TPP), ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຫ້ວ ຖືວ່າ: ຫວຽດນາມ ແລະ ບັນດາປະເທດສະມາຊິກຊົມເຊີຍຮ່າງກົດໝາຍ “ສິດຊຸກຍູ້ການຄ້າ” (TPA) ພວມໄດ້ນຳມາປຶກສາຫາລືທີ່ສະພາສູງ ແລະ ສະພາຕ່ຳ ອາເມລິກາ, ທ່ານຫວັງວ່າຮ່າງກົດໝາຍ TPA ຈະໄດ້ຮັບການຮັບຮອງມອບສິດເຈລະຈາໄວໃຫ້ແກ່ທ່ານປະທານາທິບໍດີ Obama ໂດຍໄວ.
ຜູ້ຕາງໜ້າການຄ້າ ອາເມລິກາ, ທ່ານ Michael Froman ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນຂອງການເຈລະຈາ TPP ໃນເວລາຜ່ານມາ ແລະ ຢັ້ງຢືນຄວາມຕັດສິນໃຈຂອງ ອາເມລິກາ ພ້ອມກັບບັນດາປະເທດສະມາຊິກ ຊຸກຍູ້ວຽກງານເພື່ອສິ້ນສຸດການເຈລະຈາໃນປີ 2015 ໂດຍໄວ.