ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ປະຕິບັດທຸກໆມາດຕະການຈຳເປັນເພື່ອສະກັດກັ້ນໂລກລະບາດຍ້ອນໄວຣັດEbolaກໍ່ຂຶ້ນ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມດ່ວນ
(vovworld) – ຕອນເຊົ້າວັນທີ 9/8, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຈັດກອງປະຊຸມດ່ວນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ເພື່ອຮັບຟັງລາຍງານ, ຊີ້ນຳບັນດາມາດຕະການສະກັດກັ້ນໂລກລະບາດຍ້ອນໄວຣັດ Ebola ກໍ່ຂຶ້ນ. ພະຍາດ Ebola ແມ່ນພະຍາດຕິດແປດຮຸນແຮງ, ເປັນອັນຕະລາຍ, ມີການຕິດແປດຢ່າງກ້ວາງຂວາງ, ອັດຕາຄົນຕາຍສູງ. ອົງການອະນາໄມໂລກໄດ້ປະກາດສະພາວະສຸກເສີນກ່ຽວກັບລະດັບໜັກໜ່ວງ, ການຕິດແປດຂອງໂລກລະບາດຢູ່ບັນດາປະເທດໃນໂລກ... ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ ແລະ ເພື່ອປົກປັກຮັກສາຄວາມປອດໄພຂອງຊີວິດອີນຊີໃຫ້ແກ່ປະຊາຊົນ, ຂະແໜງສາທາລະນະສຸກ, ບັນດາກະຊວງ, ຂະແໜງການ, ບັນດາທ້ອງຖີ່ນຕ້ອງມານະພະຍາຍາມຢ່າງສູງສຸດ, ເປັນເຈົ້າການ, ຮີບດ່ວນ, ປະຕິບັດທຸກໆມາດຕະການທີ່ຈຳເປັນເພື່ອສະກັດກັ້ນການຕິດແປດຂອງໂລກລະບາດ, ດ້ວຍຈຸດໝາຍສູງສຸດແມ່ນບໍ່ປະໃຫ້ໂລກລະບາດຍ້ອນໄວຣັດ Ebola ແຊກຊຶມເຂົ້າ ຫວຽດນາມ. ຕ້ອງກຽມພ້ອມ, ເປັນເຈົ້າການສ້າງບັນດາວິທີການ, ແຜນການເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນຖ້າຫາກໂລກລະບາດເກີດຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ນຳກະຊວງ ສາທາລະນະສຸກ ສົມທົບຢ່າງແໜ້ນແຟ້ນກັບອົງການອະນາໄມໂລກເພື່ອກຳແໜ້ນສະພາບການໂລກລະບາດ, ປະກາດການຜັນແປ, ຄວາມອັນຕະລາຍຂອງໂລກລະບາດເຖິງທົ່ວປວງຊົນໄດ້ຮັບຊາບຢ່າງທັນການ, ພ້ອມທັງແນະນຳການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດເຖິງປະຊາຊົນ, ປະຊາຊົນແຕ່ລະຄົນຕ້ອງມີສະຕິປ້ອງກັນຕົນເອງຕໍ່ໜ້າໂລກລະບາດ, ເຂົ້າໃຈກ່ຽວກັບໂລກລະບາດເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ.