ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບບັນດາການນຳສະມາຊິກພັນທະມິດເສດຖະກິດອາຊີເອີລົບ
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງເດີນທາງຮອດກາຢັກສະຖານ
(ພາບ: VGP)
(vovworld) - ພາຍຫຼັງການເຈລະຈາ 8 ຄັ້ງຢ່າງເປັນທາງການ ແລະ ບັນດາກອງປະຊຸມກາງສະໄໝ, ຕອນບ່າຍວັນທີ 29/05, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມດ້ວຍນາຍົກລັດຖະມົນຕີບັນດາປະເທດ: ລັດເຊຍ, ເບລາຣຸດ, ກາຢັກສະຖານ, ກຽກກີສະຖານ ແລະ ອາກເມນິ ລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບພັນທະມິດເສດຖະກິດ ອາຊີ -ເອີລົບ ເປັນທາງການ. ຫວຽດນາມ ແມ່ນປະເທດທຳອິດທີ່ລົງນາມກັບພັນທະມິດ ມີຍອດ GDP ຂຶ້ນເຖິງ 4.500 ຕື້ USD ແລະ ຕະຫຼາດທີ່ກວ້າງໃຫຍ່ມີພົນລະເມືອງຂຶ້ນເຖິງ 170 ລ້ານຄົນ. ສັນຍາດັ່ງກ່າວນີ້ຈະສ້າງຂອບເຂດນິຕິກຳທີ່ໂປ່ງໃສ ແລະ ມີສະຖຽນລະພາບເພື່ອພັດທະນາການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຂອງສະຫະພັນ.
ຢູ່ນອກພິທີເຊັນສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ ເອີລົບ ຢູ່ ກາຢັກສະຖານ, ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະກັບນາຍົກລັດຖະມົນຕີ ເບລາຣຸດ Andrey Kobyakov. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ: ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ມີແຜນນະໂຍບາຍເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ມີເບລາຣຸດ. ທ່ານນາຍົກລັດຖະມົນຕີ Andrey Kobyakov ເນັ້ນຫນັກ: ເລື່ອງສອງຝ່າຍແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ກໍຄືພົບປະຢູ່ນອກບັນດາເວທີປາໄສສາກົນ ນັ້ນແມ່ນກຳລັງຫນູນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງແຮງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການປະສານສົມທົບການເຄື່ອນໄຫວຢ່າງທັນການ.
ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ນາຍົກລັດຖະມົນຕີ ທັງສອງທ່ານ ສະຫນັບສະຫນູນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982. ນາຍົກລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນ ແລະ ເປັນເອກະພາບທິດທາງໃຫຍ່ຈຳນວນຫນຶ່ງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ເປັນຕົ້ນໃນສະພາບການທີ່ສັນຍາການຄ້າເສລີໃກ້ຈະມີຜົນສັກສິດ.
ຕອນບ່າຍວັນທີ 29/5, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະກັບນາຍົກລັດຖະມົນຕີ ອາເມນີອາ Hovik Abrahamyan. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີສອງຝ່າຍ ສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ ການຄ້າ ແລະ ວິທະຍາສາດເຕັກນິກ, ບັນດາກະຊວງ, ຂະແຫນງການສອງປະເທດຄວນສົມທົບກັນຢ່າງແຫນ້ນແຟ້ນ, ສ້າງການຫັນປ່ຽນຢ່າງແທດຈິງໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ແລະກໍໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ຕ້ອນຮັບປະທານຄະນະປະຈຳພັນທະມິດເສດຖະກິດ ອາຊີ ເອີລົບ ທ່ານ Khristenko ແລະ ພົບປະກັບນາຍົກລັດຖະມົນຕີ ລັດເຊຍ Medvedev. ທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທຳອິດລົງນາມໃນສັນຍາການຄ້າເສລີກັບພັນທະມິດ ແມ່ນຢັ້ງຢືນໃຫ້ເຫັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ຢູ່ ພາກພື້ນ ແລະ ໃນໂລກ. ນອກນັ້ນ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍໄດ້ພົບປະກັບປະທານາທິບໍດີ ກາຢັກສະຖານ Nazarbayev. ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຖືວ່າ ການພົວພັນດ້ານການເມືອງ, ການທູດອັນດີງາມລະຫວ່າງສອງປະເທດໄດ້ປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ ການຄ້າ ການລົງທຶນ.