(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ຢູ່ຍີ່ປຸ່ນ. ຕອນເຊົ້າວັນທີ 03/07, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະສົນທະນາກັບ 15 ກຸ່ມບໍລິສັດໃຫຍ່ຂອງຍີ່ປຸ່ນ, ໃນນັ້ນມີບັນດາກຸ່ມບໍລິສັດໄດ້ ແລະ ພວມລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ກ່າວຄຳເຫັນທີ່ການພົບປະສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ເຖິງວ່າໃນໄລຍະປະຈຸບັນ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ຍັງມີການຈຳກັດ, ຫຍຸ້ງຍາກກໍ່ຕາມ, ແຕ່ພວກຂ້າພະເຈົ້າພວມຕັດສິນໃຈປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ, ໂດຍສະເພາະແມ່ນການປະຕິຮູບລະບຽບການບໍລິຫານໃນຂົງເຂດ ພາສີອາກອນ, ປະກັນໄພສັງຄົົມ, ອະນຸຍາດໃຫ້ການກໍ່ສ້າງ, ທີ່ດິນ… ມີກົດໝາຍສຳຄັນຫຼາຍສະບັບໄດ້ຮັບການປັບປຸງ ແລະ ປະກາດໃຊ້ມີຜົນສັກສິດແຕ່ວັນທີ 01/07/2015 ຄື: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍເຄຫາສະຖານ, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ. ລັດຖະບານຫາກໍ່ປະກາດໃຊ້ດຳລັດກ່ຽວກັບການລົງທຶນຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ພວມສ້າງກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ດຳລັດກ່ຽວກັບອຸດສາຫະກຳສຳຮອງ. ນັ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ນັບມື້ນັບເໝາະສົມກັບມາດຕະຖານສາກົນ ແລະ ບັນດາຄຳໝັ້ນສັນຍາການຄ້າເສລີ”.
ຕີລາຄາສູງທັດສະນະ ແລະ ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ, ໃນຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ມີບໍລິສັດໃຫຍ່, ບໍລິສັດອັນດັບໜຶ່ງຂອງຍີ່ປຸ່ນ ຫຼາຍແຫ່ງ ຢືນຢັນກາລະໂອກາດ ແລະ ປາດຖະໜາຢາກເພີ່ມທະວີ, ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.
ແລະກໍໃນເຊົ້າວັນທີ 03/07, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕ້ອນຮັບທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa, ເຊິ່ງແມ່ນທ້ອງຖິ່ນມີວິສາຫະກິດຫຼາຍແຫ່ງທີ່ສົນໃຈລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ທ່ານ Kuroiwa Yuji ແບ່ງປັນບົດຮຽນ ແລະ ໜູນຊ່ວຍຫວຽດນາມ ໃນຂົງເຂດກະສິກຳ, ສາທາລະນະສຸກ, ເຕັກໂນໂລຊີຊີວະຊາດ… ກໍຄືສືບຕໍ່ຮັບນັກສຶກສາຫວຽດນາມ ມາຮໍ່າຮຽນຢູ່ Kanagawa.