ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງ
ປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ
(ພາບ: ອິນເຕີແນດ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Barack Obama, ຕອນບ່າຍວັນທີ 14/2, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປ California, ອາເມລິກາ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ - ອາເມລິກາ ເຊິ່ງໄດ້ຮັບການຈັດຕັ້ງຢູ່ສູນ Sunnylands, ລັດ California ໃນລະຫວ່າງວັນທີ 15 – 16/02/2016.
ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ພ້ອມກັບບັນດາການນຳອາຊຽນ ແລະ ປະທານາທິບໍດີ Barack Obama ຈະເຂົ້າຮ່ວມກອງປະຊຸມສະເພາະຫົວເລື່ອງຕ່າງໆ ທີ່ກ່ຽວຂ້ອງເຖິງການຊຸກຍູ້ປະຊາຄົມເສດຖະກິດ ອາຊຽນຕາມທິດມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດ; ປົກປັກຮັກສາສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມປອດໄພຢູ່ອາຊີປາຊີຟິກ, ພິເສດແມ່ນບັນຫາຮັບປະກັນຄວາມປອດໄພໃນການເດີນທະເລ, ການຕ້ານກໍ່ການຮ້າຍ ແລະການທ້າທາຍລະຫວ່າງຊາດ ກໍ່ຄືໃຫ້ຂໍ້ສັງເກດກ່ຽວກັບຍຸດທະສາດຢູ່ພາກພື້ນ..
ການມີໜ້າຂອງທ່ານນາຍົກລັດຖະມົນຕີ ຫວຽດນາມທີ່ກອງປະຊຸມຄັ້ງນີ້, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມປາຖະໜາຢາກປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ປະກົດຜົນເປັນຈິງເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ອາເມລິກາອີກດ້ວຍ. ພິເສດແມ່ນຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດ - ການຄ້າ - ການລົງທຶນ ແລະ ການຜັນຂະຫຍາຍບັນດາຂໍ້ຕົກລົງດ້ານການຄ້າເສລີ, ເປັນຕົ້ນແມ່ນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP).