ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກ່າວຄຳເຫັນທີ່ເວທີປາໄສ
Lisbon
(ພາບ: Đức Tám/TTXVN)
|
(vovworld) – ຕອນເຊົ້າວັນທີ 5/6, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄປຮອດນະຄອນຫຼວງ Sofia, ເລີ່ມຕົ້ນການຢ້ຽມຢາມ ສ. ບູນກາຣີ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Boico Borisov.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 4/6, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ປອກຕູຍການ Pedro Passos Coelho ເຂົ້າຮ່ວມພິທີໄຂເວທີປາໄສເສດຖະກິດທະເລ Lisbon.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ດ້ວຍບັນດາຈຸດທີ່ຄ້າຍຄືກັນ ແລະ ພ້ອມກັນຕິດພັນກັບທະເລ, ການຮ່ວມມືດ້ານເສດຖະກິດທະເລແມ່ນຂົງເຂດມີຄວາມສາມາດບົ່ມຊ້ອນເພື່ອກາຍເປັນປັດໄຈສຳຄັນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ປອກຕູຍການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ:
“ພວກເຮົາບໍ່ສາມາດຮ່ວມມືເສດຖະກິດທະເລສຳເລັດຜົນຖ້າຫາກຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລຖືກນາບຂູ່. ປະຈຸບັນ, ປະມານ 50% ປະລິມານສິນຄ້າແມ່ນໄດ້ຮັບການຂົນສົ່ງທາງທະເລລະຫວ່າງພາກພື້ນອາຊີຕາເວັນອອກສ່ຽງເໜືອກັບ ເອີລົບ. ເປັນໜ້າເສຍດາຍ, ຢູ່ທະເລຕາເວັນອອກຂອງ ຫວຽດນາມ, ພວມເກີດການເຄື່ອນໄຫວກໍ່ສ້າງ, ເປີດກ້ວາງເກາະ ແລະ ກໍ່ສ້າງຫຼາຍກິດຈະກຳດ້ວຍຂອບຂະໜາດໃຫຍ່ຢ່າງຜິດກັບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ບັນດາຂໍ້ຕົກລົງໃນພາກພື້ນ… ປະຊາຄົມໂລກຕ້ອງສືບຕໍ່ອອກສຽງຄັດຄ້ານຢ່າງແຮງ ຮຽກຮ້ອງຢຸດຕິບັນດາການກະທຳຜິດກົດໝາຍໃນທັນທີ, ແກ້ໄຂທຸກໆຄວາມຂັດແຍ້ງກັນດ້ວຍສັນຕິວິທີ, ເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ກໍ່ຄືຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ບໍ່ກໍ່ໃຫ້ເກີດມີການກະທຳກໍ່ທີ່ສັບສົນ ກໍ່ຄືເປີດກ້ວາງຄວາມຂັດແຍ້ງກັນເພື່ອສັນຕິພາບ ແລະ ຜົນປະໂຫຍດລວມຂອງທົ່ວໂລກ.”