(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ຢູ່ຍີ່ປຸ່ນ, ຕອນບ່າຍວັນທີ 03/07, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບການນຳບັນດາປະເທດແມ່ນ້ຳຂອງ ແລະ ຜູ້ຕາງໜ້າວິສາຫະກິດຍີ່ປຸ່ນ ປະມານ 200 ແຫ່ງໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ 5 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ. ນີ້ແມ່ນການເຄື່ອນໄຫວເພື່ອສ້າງກາລະໂອກາດໃຫ້ຜູ້ຕາງໜ້າລັດຖະບານບັນດາປະເທດແມ່ນ້ຳຂອງ ໄດ້ພົບປະ ແລະ ແລກປ່ຽນກັບບັນດານັກລົງທຶນ ແລະ ວິສາຫະກິດຍີ່ປຸ່ນ ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາ ກໍຄືແງ່ຫວັງລົງທຶນ, ດຳເນີນທຸລະກິດຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຍົກອອກບັນດາຜົນງານສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນບັນດາຄວາມມານະພະຍາຍາມຮັກສາທ່າເຕີບໂຕໃນການພັດທະນາເສດຖະກິດ ແລະ ຮັບສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງລະບອບເສດຖະກິດການຕະຫຼາດໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງພື້ນຖານໂຄງລ່າງ ແລະ ຍູ້ແຮງການເຊື່ຶອມໂຍງເຂົ້າກັບສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ, ດ້ວຍບັນດາທ່າແຮງຂອງຕົນຄື: ມີພູມສາດທີ່ສະດວກ ແລະ ຮັບປະກັນຄວາມສະຖຽນລະພາບດ້ານການເມືອງ - ສັງຄົມ ແລະ ເສດຖະກິດມະຫາພາກເປັນປົກກະຕິ, ຫວຽດນາມ ມີແງ່ຫວັງຫຼາຍຢ່າງໃນການພັດທະນາໃນອະນາຄົດ ແລະ ຈະນຳມາເຊິ່ງບັນດາກາລະໂອກາດໃໝ່ໃຫ້ວິສາຫະກິດຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນໃນວິວັດການເຄື່ອນໄຫວ, ຜະລິດດຳເນີນທຸລະກິດຢູ່ຫວຽດນາມ.
ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7, ວັນທີ 3/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບນາຍົກລັດຖະມົນຕີ ກຳປູເຈຍ Hunsen, ນາຍົກລັດຖະມົນຕີລາວ ທອງສິງທຳມະວົງ ແລະ ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຈາ, ນາຍົກລັດຖະມົນຕີ ມຽນມາ Thein Sein ໄດ້ເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ຍີ່ປຸ່ນ Akihito, ປະທານສະພາຕ່ຳຍີ່ປຸ່ນ Tadamori Oshima ແລະ ປະທານສະພາສູງ ຍີ່ປຸ່ນ Masaaki Yamazaki. ທີ່ການຕ້ອນຮັບ, ພະເຈົ້າຈັກກະພັດ ຍີ່ປຸ່ນ ຢືນຢັນ ສະຫນັບສ ະຫນູນເພີ່ມທະວີການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ ເພື່ອການພັດທະນາລວມຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ ການເຕີບໂຕຂອງພື້ນຖານເສດຖະກິດ ຍີ່ປຸ່ນ ມີຄວາມໝາຍສຳຄັນສຳລັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຂອງ ອາຊີ ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງຍີ່ປຸ່ນເຂົ້າໃນການຮ່ວມມື ແລະ ພັດທະນາຂອງພາກພື້ນ.