ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ
(ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນ
ດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ)
(vovworld) – ທີ່ວາລະໄຊກອງປະຊຸມຂັ້ນສູງພິເສດອາຊຽນ - ອາເມລິກາ ໃນຕອນເຊົ້າວັນທີ 16/02, ທ່ານປະທານາທິບໍດີອາເມລິກາ Barack Obama ພ້ອມກັບບັນດາການນຳອາຊຽນ ປຶກສາຫາລືກ່ຽວກັບຫົວຂໍ້ “ຊຸກຍູ້ຄວາມວັດທະນາຖາວອນໃນພາກພື້ນ ຕາມທິດເສີມຂະຫຍາຍຈິດໃຈດຳເນີນທຸລະກິດ ແລະ ມີຫົວຄິດປະດິດສ້າງ”. ໂດຍເປັນປະທານກອງປະຊຸມ, ທ່ານປະທານາທິບໍດີ Obama ປາດຖະໜາວ່າ, ອາເມລິກາ ພ້ອມກັບບັນດາປະເທດອາຊຽນ ສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າໃຫ້ພັດທະນາຢ່າງແຮງກວ່າອີກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຍູ້ແຮງວິວັດການປ່ຽນໃໝ່ຢ່າງຮອບດ້ານ, ຄົບຊຸດ, ພ້ອມທັງຕັ້ງໜ້າຜັນຂະຫຍາຍນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເຂົ້າຮ່ວມການເຊື່ອມຕໍ່ເສດຖະກິດຢູ່ຫຼາຍຂັ້ນ. ໃນນັ້ນມີປະຊາຄົມເສດຖະກິດອາຊຽນ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ, ສັນຍາຄູ່ຮ່ວມມືຂ້າມປາຊີຟິກ…
ເມື່ອເນັ້ນໜັກເຖິງຄວາມສຳຄັນດ້ານຍຸດທະສາດຂອງການພົວພັນລະຫວ່າງອາຊຽນ - ອາເມລິກາ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີວ່າ ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ໄດ້ຕົກລົງນຳກັນແລ້ວຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນແຜນການເຄື່ອນໄຫວອາຊຽນ - ອາເມລິກາໄລຍະ 2016 – 2020, ເພີິ່ມທະວີບັນດາການເຄື່ອນໄຫວຮ່ວມມືລົງທຶນ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍສະເໜີສ້າງຕັ້ງສູນອາຊຽນ - ອາເມລິກາ ກ່ຽວກັບການໜູນຊ່ວຍເລີ່ມດຳເນີນອາຊີບ ແລະ ພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ຫວຽດນາມ ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ການມີຫົວຄິດປະດິດສ້າງ ກໍຄືການເຊື່ອນຕໍ່ຂອງບັນດາວິສາຫະກິອາຊຽນ.