ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເປັນເຈົ້າພາບຈັດຕັ້ງງານລ້ຽງຊົມເຊີຍປະຊາຄົມອາຊຽນແລະປີໃໝ່ປີວອກ2016
ຈູງແທ່ງ,ນັກຂ່າວVOV -  
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ
(ພາບ: Đức Tám - TTXVN)
|
(vovworld) – ຕອນຄຳ່ວັນທີ 10/1, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ພັນລະຍາໄດ້ເປັນເຈົ້າພາບຈັດຕັ້ງງານລ້ຽງຊົມເຊີຍປະຊາຄົມ ອາຊຽນ ແລະ ປີໃໝ່ປີວອກ 2016. ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ: ປີ 2015 ແມ່ນປີຂີດໝາຍ ຫວຽດນາມ ປະຕິບັດສຳເລັດໄລຍະທາງ 5 ປີແຫ່ງການຜັນຂະຫຍາຍແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2011 – 2015 ດ້ວຍບັນດາຜົນງານພົ້ນເດັ່ນ, ພິເສດແມ່ນເສດຖະກິດມະຫາພາກໄດ້ຮັບການຮັບປະກັນໂດຍພື້ນຖານ, ໄພເງິນເຟີ້ໄດ້ຄວບຄຸມ, ການເຕີບໂຕ GDP ບັນລຸເກືອບ 6,7%, ເຊິ່ງແມ່ນລະດັບສູງສຸດໃນ 5 ປີຜ່ານມາ. ຫວຽດນາມ ກໍ່ໄດ້ເປັນເຈົ້າການຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຈຸດສຸມແມ່ນເຊື່ອມໂຍງເສດຖະກິດ. ຫວຽດນາມ ໄດ້ເຊັນສັນຍາການຄ້າເສລີ (FTA) 10 ສະບັບກັບບັນດາຄູ່ຮ່ວມມື. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ:
“ການພົວພັນຕ່າງປະເທດຂອງ ຫວຽດນາມ ນັບມື້ນັບໄດ້ຮັບການເປີດກ້ວາງ, ສ້າງຕັ້ງບັນດາຂອບເຂດການພົວພັນຄູ່ຮ່ວມມືກັບບັນດາປະເທດເກືອບທັງໝົດໃນພາກພື້ນ ແລະ ໃນໂລກ, ຍູ້ແຮງການຮ່ວມມືມິດຕະພາບບົນພື້ນຖານເຄົາລົບເອກະລາດອະທິປະໄຕ, ຜົນປະໂຫຍດອັນເປັນທຳຂອງກັນ, ເຄົາລົບກົດໝາຍສາກົນ. ຜ່ານນັ້ນ, ທີ່ຕັ້ງບົດບາດຂອງປະເທດໄດ້ຮັບການຍົກສູງຂຶ້ນ, ຫວຽດນາມ ນັບມື້ນັບເປັນເຈົ້າການປະກອບສ່ວນເຂົ້າໃນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ.”
ຈູງແທ່ງ,ນັກຂ່າວVOV