ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງເລີ່ມຕົ້ນການຢ້ຽມຢາມອານເຊຣີຢ່າງເປັນທາງການ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ
ແລະ ທ່ານນາຍົກລັດຖະມົນຕີ Abdelmalek Sellal)
(vovworld) – ຕອນບ່າຍວັນທີ 31/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ເຕິນຢຸ້ງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Houari Boumedienne ຢູ່ນະຄອນຫຼວງ ອານເຊ, ເລີ່ມຕົ້ນການຢ້ຽມຢາມສາທາລະນະລັດ, ປະຊາທິປະໄຕ ແລະ ປະຊາຊົນ ອານເຊຣີ ໃນລະຫວ່າງວັນທີ 31/5-2/6, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Abdelmalek Sellal. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ້ງ ແລະ ທ່ານນາຍົກລັດຖະມົນຕີ Abdelmalek ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຢ້ຽມຢາມຫໍພິພິດທະພັນນັກຮົບເກົ່າ ເຊິ່ງແມ່ນສະຖານທີ່ຮັກສາ ແລະ ວາງສະແດງບັນດາວັດຖຸພັນ ແລະ ຮູບພາບກ່ຽວກັບວິວັດການຕໍ່ສູ້ປົດປ່ອຍປະເທດຊາດຂອງ ອານເຊຣີ.