ນາຍົກລັດຖະມົນຕີຫງວຽນເຕີ້ນຢຸ້ງ ຕ້ອນຮັບນາຍົກລັດຖະມົນຕີລາວ ທອງສິງທຳມະວົງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ
ແລະ ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ
Vovworld- ຕອນເຊົ້າວັນທີ 26 ກຸມພາ, ຢູ່ນະຄອນ ກຸຍເຍີນ ແຂວງບີງດິ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກ ລັດຖະມົນຕີລາວ ທອງສິງທຳມະວົງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປລາວ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງທີ່ລັດຖະບານແລະປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນການພັດທະນາເສດຖະກິດສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດໃນເວທີສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງຖືວ່າ: ໝາກຜົນຂອງການຢ້ຽມຢາມ ແລະ ສຳຫຼວດຕົວຈິງຢູ່ບາງທ້ອງຖິ່ນຂອງຫວຽດນາມຂອງຄະນະໃນຄັ້ງນີ້ ແມ່ນມີຄວາມໝາຍພິເສດ, ບໍ່ພຽງແຕ່ປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບ ພິເສດ ຫວຽດນາມ-ລາວເທົ່ານັ້ນ, ຫາກຍັງເປັນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ສຶກສາ ແລະ ກໍ່ສ້າງອີກດ້ວຍ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸ້ງເນັ້ນໜັກວ່າ: “ 2 ປະເທດມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ດ້ວຍທຸກໆຮູບແບບ, 2 ຝ່າຍມານະພະຍາຍາມຊອກຫາທຸກໆມາດຕະການແກ້ໄຂການຮ່ວມມືເປັນປົກກະຕິ, ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນແລະກັນເພື່ອພ້ອມກັນພັດທະນາໃນ ທຸກໆຂົງເຂດ ”
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ແລະ ທ່ານນາຍົກ ລັດຖະມົນຕີລາວ ທອງສິງທຳມະວົງ ໄດ້ເຫັນດີເປັນເອກະສັນກັນວ່າ: 2 ຝ່າຍຍູ້ແຮງການໄປມາຢ້ຽມຢາມຊຶ່ງກັນ ແລະ ກັນ, ຕັ້ງໜ້າຊີ້ນຳການປະຕິບັດ ບັນດາສັນຍາທີກົມການເມືອງສູນກາງພັກ ແລະ ການນຳ 2 ປະເທດໄດ້ເປັນ ເອກະພາບນຳກັນ, ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ-ລາວຄວນພົບປະແລກປ່ຽນເປັນປະຈຳ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີມາແລ້ວ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄ້າງຄາຢ່າງທັນການເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ. 2 ຝ່າຍສືບຕໍ່ຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງໃນ “ ປີສາມັກຄີມິດຕະພາບຫວຽດນາມ-ລາວ 2012 ”.