ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ
|
(vovworld)- ໃນວັນທີ 29 ແລະ 30 /9, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ 9 ຂອງລັດຖະບານ, ແນໃສ່ຕີລາຄາສະພາບເສດຖະກິດສັງຄົມຂອງປະເທດຊາດ ກໍຄືເປັນເອກະພາບບັນດາມາດຕະການຄຸ້ມຄອງ, ຊີ້ນຳບໍລິຫານຂອງລັດຖະບານ ແຕ່ນີ້ເຖິງທ້າຍປີດ້ວຍຄວາມຕັດສິນໃຈປະຕິບັດບັນດາຄາດໝາຍ, ແຜນການທີ່ໄດ້ວາງອອກ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງສະເໜີບັນດາສະມາຊິດລັດຖະບານ ຈົ່ງສືບຕໍ່ຕິດຕາມຢ່າງໃກ້ຊິດບັນດາແຜນນະໂຍບາຍ, ມະຕິທີ່ໄດ້ປະກາດໃຊ້, ສູ້ຊົນບັນລຸໝາກຜົນສູງສຸດ,ສຳລັບບັນດາຄາດໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2014 ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2011-2015) . ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ ສະເໜີບັນດາກະຊວງ, ຂະແໜງການຕ່າງໆສືບຕໍ່ສ້າງກົນໄກນະໂຍບາຍດຶງດູດແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດ ສຸມໃສ່ລົງທຶນພັດທະນາອຸດສາຫະກຳ, ກະສີກຳ, ການບໍລິການ, ພື້ນຖານໂຄງລ່າງ……
ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງກ່າວວ່າ (ເທບ)
“ການສ້າງໂຄງປະກອບກະສີກຳຄືນໃໝ່, ຕ້ອງປະຕິບັດໃຫ້ແຂງແຮງ ສຳລັບຂົງເຂດປ່າ, ປ່າໄມ້. ຕ້ອງເດັດດຽວປະຕິບັດໃຫ້ແຂງແຮງ ຊຶ່ງຕ້ອງຕິດພັນກັບປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຖືວ່າ ນີ້ແມ່ນແຫຼ່ງລາຍຮັບ ເພື່ອໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງການດຳລົງຊີວິດໃຫ້ດີຂຶ້ນ ”