ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ
ພົບປະເຈລະຈາກັບ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ
(vovworld) - ໃນວັນທີ 02/03, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ ໄດ້ພົບປະເຈລະຈາກັບ ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ Michiko ຍີ່ປຸ່ນ ທີ່ພວມຢ້ຽມຢາມ ທາງລັດຖະກິດ ຫວຽດນາມ. ທີ່ການພົບປະເຈລະຈາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຂອບໃຈອາລົມຈິດອັນດີງາມ ແລະ ຄວາມເອົາໃຈໃສ່ ເຊິ່ງພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ໄດ້ສະຫງວນໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ກໍ່ຄື ການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ການຊ່ວຍເຫຼືອຢ່າງມີປະສິດທິຜົນ ຂອງ ລັດຖະບານ ຍີ່ປຸ່ນ, ພິເສດແມ່ນໃນຂົງເຂດເສດຖະກິດ, ໃນທີ່ຕັ້ງເປັນຄູ່ຮ່ວມມືເສດຖະກິດ, ການຄ້າແຖວໜ້າຂອງ ຫວຽດນາມ. ທ່ານ ຫງວຽນຊວນຟຸກ ກໍ່ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງບັນດາກຸ່ມບໍລິສັດໃຫຍ່, ວິສາຫະກິດ ຍີ່ປຸ່ນ ທີ່ພວມເຄື່ຶອນໄຫວຢູ່ ຫວຽດນາມ; ສະແດງເຊື່ອໝັ້ນຢ່າງແນ່ວແນ່ວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ຈະສ້າງພະລັງແຮງໃໝ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ວິສາຫະກິດ ສອງປະເທດ ໃນໄລຍະຈະມາເຖິງ.
ສ່ວນ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ກໍ່ສະແດງຄວາມພາກພູມໃຈເມື່ອມາຢ້ຽມຢາມ ຫວຽດນາມ. ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ກໍ່ຂອບອົກຂອບໃຈອາລົມຈິດ ຂອງ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ ຍີ່ປຸ່ນ ຜ່ານ ການອະນຸລັກຮັກສາບັນດາ ປູຊະນີສະຖານ ແລະ ສະຖາປັດຕະຍະກຳ ຂອງ ຍີ່ປຸ່ນ ຢູ່ ໂຫ້ຍອານ ກໍ່ຄືການໜູນຊ່ວຍຂອງ ປະຊາຊົນ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກເຫດແຜ່ນດິນໄຫວຄື້ນຍັກຢູ່ ຍີ່ປຸ່ນ ເມື່ອປີ 2011.