ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ລັດເຊຍ
(ພາບ: Thống Nhất/TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າໄດ້ເຂົ້າຮ່ວມ ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ລັດເຊຍ ແຕ່ວັນທີ 19 – 20/5/2016 ຢູ່ Sochi, ສະຫະພັນ ລັດເຊຍ.
ທີ່ວາລະດຳເນີນກອງປະຊຸມຈັດຂຶ້ນໃນວັນທີ 20/5, ບັນດາການນຳຂັ້ນສູງ ອາຊຽນ ແລະ ລັດເຊຍ ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ສຳຫຼວດກວດກາຄືນການພົວພັນຄູ່ເຈລະຈາ ອາຊຽນ - ລັດເຊຍ ໃນຕະຫຼອດ 20 ປີຜ່ານມາ ແລະ ບັນດາການກຳນົດທິດໃຫຍ່ພ້ອມກັບບັນດາມາດຕະການລະອຽດເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບສູງໃໝ່. ເພື່ອສ້າງຂອບເຂດ ແລະ ພື້ນຖານໜັກແໜ້ນໃຫ້ແກ່ການເພີ່ມທະວີການຮ່ວມມື ອາຊຽນ - ລັດເຊຍ ໃນໄລຍະຈະມາເຖິງ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ Sochi ແລະ ຮັບຮູ້ເອກະສານສຳຄັນ 5 ສະບັບ.
ໃນຂອບເຂດກອງປະຊຸມ, ບັນດາການນຳ ອາຊຽນ ແລະ ລັດເຊຍ ໄດ້ໃຫ້ການຕ້ອນຮັບບັນດາຜູ້ຕາງໜ້າວິສາຫະກິດ ອາຊຽນ ແລະ ລັດເຊຍ ເຂົ້າຮ່ວມເວທີປາໄສວິສາຫະກິດ ອາຊຽນ - ລັດເຊຍ, ພົບປະກັບຜູ້ຕາງໜ້າຂອງຄະນະກຳມະການຮ່ວມມື ອາຊີ - ເອີລົບ (EAEU) ເພື່ອແລກປ່ຽນກ່ຽວກັບທິດທາງຮ່ວມມືໃນສະພາບການສາກົນ ແລະ ພາກພື້ນສືບຕໍ່ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກສິ່ງທ້າທາຍບໍ່ແມ່ນໜ້ອຍສຳລັບຄວາມໝັ້ນຄົງ ແລະ ການພັດທະນາຂອງ ອາຊຽນ ແລະ ລັດເຊຍ, ເນັ້ນໜັກ 2 ຝ່າຍມີຜົນປະໂຫຍດລວມ ແລະ ມີຄວາມຕ້ອງການຍູ້ແຮງການພົວພັນຄູ່ເຈລະຈາໃນໄລຍະຈະມາເຖິງໃຫ້ດີກ່ວາອີກ. ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະ ຮອບດ້ານກ່ວາອີກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາທິດທາງຮ່ວມມືໃຫຍ່ລວມມີ: ທີໜຶ່ງ, ແມ່ນເພີ່ມທະວີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ. ທີສອງແມ່ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຢ່າງສູງສຸດຂອງແຕ່ລະຝ່າຍເພື່ອຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ, ການລົງທຶນ, ພະລັງງານ ແລະ ການທ່ອງທ່ຽວ…ທີສາມແມ່ນເພີ່ມທະວີການຮ່ວມມືດ້ານວັດທະນະທຳ - ສັງຄົມ, ໃຫ້ບຸລິມະສິດການພັດທະນາການສຶກສາ, ວິທະຍາສາດເຕັກໂນໂລຢີ…
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກມີຄວາມໝາຍຈຳເປັນສຳລັບສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ທົ່ວໂລກ, ດັ່ງນັ້ນຄວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນດ້ວຍບັນດາມາດຕະການສັນຕິພາບ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳເໝາະສົມກັບກົດໝາຍສາກົນ.