ນາຍົກລັດຖະມົນຕີອັງກິດຮຽກຮ້ອງສະພາແຫ່ງຊາດເຄົາລົບຄຳປາດຖະໜາຂອງປະຊາຊົນໃນບັນຫາBrexit

ນາຍົກລັດຖະມົນຕີອັງກິດຮຽກຮ້ອງສະພາແຫ່ງຊາດເຄົາລົບຄຳປາດຖະໜາຂອງປະຊາຊົນໃນບັນຫາBrexit - ảnh 1
ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron
(ພາບ: AFP/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 27/06 ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ຮຽກຮ້ອງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ບໍ່​ໃຫ້​ກີດຂວາງຄຳ​ປາດ​ຖະໜາ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຂອງ​ປະຊາຊົນ. ທ່ານ  Cameron ກໍ່ປະຕິ​ເສດ​ຄວາມ​ສາມາດ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ຄັ້ງ​ທີ 2 ກ່ຽວ​ກັບ​ຖານະ​ເປັນ​ສະມາຊິກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຂອງປະ​ເທດ​ນີ້. ​ແລະ​ໃນ​ວັນ​ດຽວ​ກັນ ບັນດາ​ແຫຼ່ງຂ່າວປະ​ເທດ​ປະຈຳ​ຖິ່ນໃຫ້​ຮູ້​ວ່າ: ຄະນະ​ກຳມະການ 1922 ​ທີ່​ມີ​ສິດອຳນາດ​ເຕັມ​ຂອງ​ບັນດາ​ສະມາຊິກ​ລັດຖະສະພາ​ພັກນິຍົມ​ຮັກສາ​ເດີ​ມ​ກຳ​ອຳນາດ ​ໄດ້​ກຳນົດ​​ໄລ​ຍະ​ເວລາ​ຊອກ​ຫາ​ຄົນ​ປ່ຽນ​ໃໝ່​ນາຍົກລັດຖະມົນຕີ Cameron. ຕາມ​ຄະນະ​ກຳມະການ​ຮັບຜິດຊອບ​ຈັດ​ຕັ້ງ​ການເລືອກ​ເຟັ້ນການ​ນຳ​ພັກ​ນີ້, ​ເລື່ອງສະ​ເໜີ​ຜູ້​ຮັບຜິ​ດຊອບຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ອັງກິດ ຈະ​ມາ​ເຖິງ ຈະ​ເລີ່​ມຕົ້ນ​ໃນ​ວັນ​ທີ 29/06 ​ແລະ ສິ້ນ​ສຸດ​ໃນ​ຕອນ​ທ່ຽງວັນ​ທີ 30/06. ບັນດາ​ຜູ້​ໄດ້​ຮັບ​ສະ​ເໜີ​ ຕ້ອງ​ໄດ້​ຮັບ​ການ​​ໃຫ້ສັດຕະຍາບັນ​ຈາກ​ສະມາຊິກທັງ​ໝົດ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ. ນາຍົກລັດຖະມົນຕີ ອັງ​ກິດ ຄົນ​ໃໝ່ ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃນ​ວັນ​ທີ 02/09.

ຂ່າວ/ບົດ​ອື່ນ