ນາຍົກລັດຖະມົນຕີອິດສະຣາແອນຢ້ຽມຢາມອາເມລິກາໃຫ້ຄຳໝັ້ນສັນຍາຊຸກຍູ້ສັນຕິພາບຢູ່ຕາເວັນອອກາງ

ນາຍົກລັດຖະມົນຕີອິດສະຣາແອນຢ້ຽມຢາມອາເມລິກາໃຫ້ຄຳໝັ້ນສັນຍາຊຸກຍູ້ສັນຕິພາບຢູ່ຕາເວັນອອກາງ - ảnh 1
(ພາບປະກອບ: latimes.com)

(vovworld) – ວັນ​ທີ 09/11, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໄດ​້ມີ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ແລະ ​ເຈລະຈາ​ກັບ​ທ່ານ​ປະ​ທາ​ນາ​ທິບໍດີ Barack Obama ຢູ່​ທຳນຽບຂາວ. ທີ່​ການ​ເຈລະຈາ, ​ທ່ານ​ປະ​ທາ​ນາ​ທິບໍດີ Barack Obama ຍອມຮັບ​ວ່າ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍກັນ​ຢ່າງ​ແນ່ນອນ​ຕໍ່ບາງ​ບັນຫາ​ໃນ​ເລື່ອງ​ລົງ​ນາມ​​ໃນຂໍ້​ຕົກລົງດ້ານ​ນິວ​ເຄຼຍ​ກັບ​ອີຣານ ຜ່ານ​ມາ, ​ແຕ່ຢືນຢັນ​ວ່າ ບັນດາ​ຄວາມ​ສະຫງົບ​ຂອງ​ອິດສຣາ​ແອນ ​​ແມ່ນ​ບຸລິມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ວໍ​ຊິງ​ຕັນ. ​ທ່ານ​ປະ​ທາ​ນາ​ທິບໍດີ Barack Obama ກໍ​ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ຕໍ່​ບັນດາ​ຄວາມ​​ຂາດ​ສະຖານ​ລະ​ພາບ​ທີ່ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ ​ແລະ ປາ​ດຖະໜາ​ຢາກ​ປຶ​ກຫາ​ສາ​ລື​ກັບ​ຜູ້ນຳ​ໜ້າ​ລັດຖະບານ​ອິດສະ​ຣາ​ແອນ ກ່ຽວ​ກັບ​ຄວາມ​ສາມາດ​​ເຊື່ອມ​ຕໍ່ຄືນບັນດາ​ຮອບ​ເຈລະຈາ​ສັນຕິພາບ ພາຍຫຼັງ​​ທີ່ບັນດາຄວາມ​ເຄັ່ງ​ຕຶງ​ຫວ່າງ​​ແລ້ວ​ນີ້ລະຫວ່າງ​ຊາວ​ອິດສະ​ຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ. ຕໍ່​ໜ້າ​ບັນດາ​ການ​ກະທຳ​ຢ່າງຕັ້ງໜ້າ​ຈາກ​ພັນທະ​ມິດ​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ຢືນຢັນ​ວ່າ ທ່ານ​ຍັງ​ບໍ່​ທັນ​ປະລະ​ບັນດາ​ຄວາມ​ມານະ​ພະຍາຍາມທີ່​ນຳ​ສັນຕິພາບ​ມາ​ສູ່​ຊາວ​​ປາ​​ແລດ​ສະຕິ​ນ ​ແລະ ສະໜັບສະໜູນ​ມາດ​ຕະການ​ 2 ລັດ ດ້ວຍ​ການ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສະຕິ​ນ ​ເອກະລາດ ປອດ​ການ​ທະຫານ ​ແລະ ຍ້ອມຮັບ​ການ​ຄົງ​ຕົວ​ຂອງ​ລັດ​ຊາວ​ຢິວ.
ຂ່າວ/ບົດ​ອື່ນ