ນາຍົກລັດຖະມົນຕີອະນຸມັດຜ່ານບົດລາຍງານລົງທຶນໂຄງການສະໜາມບິນ ລອງແທ່ງ ທີ່ຍື່ນສະເໜີ ຕໍ່ສະພາແຫ່ງຊາດ
ໂຄງການທ່າອາກາດສະຍານສາກົນລອງແທ່ງ
(ພາບ: baodautu.vn)
(vovworld) – ທ່າອາກາດສະຍານສາກົນລອງແທ່ງ, ຈະໄດ້ລົງທຶນກໍ່ສ້າງຢູ່ເມືອງລອງແທ່ງ, ແຂວງດົ່ງນາຍ ດ້ວຍເນື້ອທີບຸກເບີກໜ້າພຽງແມ່ນ 5.000 ha. ຈຳນວນເງິນລົງທຶນທັງໝົດໃນໄລຍະ 1 ປະມານ 7,837 ຕື້ USD.
ທ່າອາກາດສະຍານສາກົນລອງແທ່ງ ມີບົດບາດແມ່ນທ່າອາກາດສະຍານສາກົນ ເປັນປະຕູສຳຄັນຂອງປະເທດຊາດ, ໃນອະນາຄົດຄາດວ່າ ຈະກາຍເປັນໜຶ່ງໃນບັນດາສະໜາມບິນຂົນສົ່ງສິນຄ້າທາງອາກາດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເຊິ່ງສາມາດຂົນສົ່ງຜູ້ໂດຍສານຈຸໄດ້ 100 ລ້ານຄົນ/ປີ ແລະ ສິນຄ້າໄດ້ 5 ລ້ານໂຕນ/ປີ (ຮອດປີ 2030); ໃນໄລຍະ 1 (ຮອດປີ 2025), ແມ່ນກໍ່ສ້າງທ່າອາກາດສະຍານທີ່ສາມາດຂົນສົ່ງຜູ້ໂດຍສານໄດ້ 25 ລ້ານຄົນ/ປີ ແລະ ສິນຄ້າໄດ້ 1,2 ລ້ານໂຕນ/ປີ, ເພື່ອແນໃສ່ລຸດຜ່ອນຈຳນວນຜູ້ໂດຍສານ ແລະ ສິນຄ້າທີ່ຂົນສົ່ງຜ່ານທ່າອາກາດສະຍານສາກົນ ເຕີນເຊີນເຍີດ.
ທ່ານນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຕາງໜ້າໃຫ້ລັດຖະບານລາຍງານຕໍ່ສະພາແຫ່ງຊາດຊຸດທີ 8 ພິຈາລະນາຕົກລົງແຜນນະໂຍບາຍລົງທຶນກໍ່ສ້າງທ່າອາກາດສະຍານສາກົນລອງແທ່ງ ທີ່ກອງປະຊຸມສະພາແຫ່ງຊາດໃນເດືອນ 10/2014.