ທ່ານ ຫງວຽນຊວນຟຸກ ຊີ້ນຳການ
ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກນ້ຳແກ່ງຢູ່ພາກກາງ
(vovworld) – ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ມີໂທລະເລກກ່ຽວກັບເລື່ອງແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກນ້ຳແກ່ງຢູ່ພາກກາງ ແລະ ຮັບມືຢ່າງຮີບດ່ວນກັບພະຍຸ Sarika . ໂທລະເລກຊີ້ແຈ້ງວ່າ: ປະຈຸບັນ, ພະຍຸ Sarika ອາດຈະພັດເຂົ້າດິນຕໍ່ແຜນ ຫວຽດນາມ ໃນເວລາ 2 ວັນຈະມາເຖິງ. ນອກນັ້ນ, ພະຍຸລົມແຮງທີ່ມີຊື່ສາກົນວ່າ HAIMA ພວມເຄື່ອນໄຫວໃນມະຫາສະໝຸດປາຊີຟິກຕາເວັນຕົກ ສືບຕໍ່ແຮງຂຶ້ນ ແລະ ອາດຈະກາຍເປັນພະຍຸລູກແຮງທີ່ສຸດ, ອາດຈະສົ່ງຜົນສະທ້ອນໂດຍກົງເຖິງທະເລຕາເວັນອອກ. ເພື່ອແກ້ໄຂຜົນຮ້າຍ ຢ້ອນຫລັງຈາກຝົນຕົກນ້ຳແກ່ງໂດຍໄວ ແລະ ເປັນເຈົ້າການຮັບມືກັບພະຍຸ, ຈຳກັດຄວາມເສຍຫາຍກ່ຽວກັບຄົນ ແລະ ຊັບສິນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາແຂວງນັບແຕ່ ແຂວງ ເງະອານ ຈົນຮອດແຂວງ ເທື່ອທຽນ-ເຫວ ຮີບເຮັ່ງ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກນ້ຳແກ່ງຜ່ານມາ, ສຸມໃສ່ຊອກຫາຜູ້ຖືກຫາຍສາບສູນ, ໜູນຊ່ວຍອາຫານ, ເຄື່ອງໃຊ້ໃຫ້ແກ່ປະຊາຊົນ; ຟື້ນຟູກິດຈະກຳພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ຄົມມະນາຄົມ …ບັນດາຄະນະຊີ້ນຳສູນກາງ, ທ້ອງຖິ່ນກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ຈັດຕັ້ງການຕິດຕາມສະພາບການພະຍຸ, ຝົນຕົກໜັກ, ນ້ຳແກ່ງເປັນປະຈຳ; ຊີ້ນຳ, ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຮັບມືຢ່າງມີປະສິດທິຜົນ; ລາຍງານ ,ສະເໜີຕໍ່ນາຍົກລັດຖະມົນຕີ ຊີ້ນຳ, ແກ້ໄຂບັນຫາຢ່າງຮີບດ່ວນ.