ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
|
(vovworld) – ວັນທີ 16/2, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ເນັ້ນໜັກຄວາມສຳຄັນຂອງການຮັກສາສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງສະໜັບສະໜູນປະຊາຄົມສາກົນຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາຄວາມເຄັ່ງຕຶງໃນພາກພື້ນ, ໃນນັ້ນມີການຂັດແຍ້ງກັນຢູ່ທະເລຕາເວັນອອກ. ກ່າວຄຳເຫັນທີ່ການພົບປະດ້ວຍຫົວຂໍ້ “ຍຸດທະສາດໃນພາກພື້ນ”, ໂດຍທ່ານປະທານາທິບໍດີ ອາເມລິກາ Barack Obama ເປັນປະທານໃນຂອບເຂດກອງປະຊຸມຂັ້ນສູງພິເສດ ອາຊຽນ - ອາເມລິກາ ຢູ່ Sunnylands, ລັດ California, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ໄທ ຊີ້ແຈ້ງວ່າ: ການຂັດແຍ້ງກັນຢູ່ທະເລຕາເວັນອອກແມ່ນບັນຫາສະດຸງໄວດ້ວຍບັນດາການກະທົບຢ່າງໜັກໜ່ວງກ່ຽວກັບດ້ານການເມືອງ, ເສດຖະກິດ ແລະ ການຮ່ວມມືສາກົນ. ທ່ານຖືວ່າ: ບັນຫາຕ້ອງໄດ້ຮັບການແກ້ໄຂຢ່າງລະມັດລະວັງ, ດ້ວຍການສຳພັດຢ່າງຖືກຕ້ອງ, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ທ່ານ ປຣາຢຸດ ຈັນໂອຊາ ສະໜັບສະໜູນບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນເສລີພາບ, ຄວາມປອດໄພໃນການເດີນທະເລ ແລະ ການບິນໃນພາກພື້ນ, ຮັບປະກັນຄວາມປອດໄພໃຫ້ແກ່ດ້ານການຄ້າສາກົນ ແລະ ການໄປມາຂອງກຳ່ປັ່ນຢູ່ທະເລຕາເວັນອອກໃຫ້ມີຄວາມປອດໄພ ແລະ ບໍ່ຖືກກີດຂວາງ.