(vovworld) - ຕອນເຊົ້າວັນທີ 26/12, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdec Hun Sen ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນຄັ້ງທຳອິດນັບແຕ່ເມື່ອທ່ານໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີກຳປູເຈຍ ຄືນໃໝ່ໃນເດືອນ 09/2013 ຜ່ານມາ. ນີ້ກໍ່ແມ່ນການເດີນທາງຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານໃນໄລຍະນີ້. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Hun Sen ແລະ ພ້ອມກັນຢ່າງກວດກອງກຽດຕິຍົດຢູ່ສຳນັກງານປະທານຫວຽດນາມ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ.ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ສະແດງຄວາມຕັດສິນໃຈ ເຮັດໃຫ້ເລິກເຊິ່ງກ່ວາເກົ່າ ແລະ ນຳສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ ລະດັບສູງໃໝ່ ໃນຊຸມປີ ທີ່ຈະມາເຖິງ. ບົນຈິດໃຈດັ່ງກ່າວ, 2 ຝ່າຍຕົກລົງກັນສືບຕໍ່ແລກປ່ຽນບັນດາການ ຢ້ຽມຢາມຂັ້ນສູງລະຫວ່າງ ການນຳ 2 ປະເທດນັບທັງ ຂັ້ນສູນກາງ ແລະ ທ້ອງຖ່ິນ, ສືບຕໍ່ສົມທົບກັນສ້າງເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອເສີມຂະຫຍາຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຂອງແຕ່ລະປະເທດ. 2 ຝ່າຍສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 5 ຕື້ USD ໃນປີ 2015. 2 ຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືສະກັດກັ້ນການເຄື່ອນໄຫວກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ຄ້າຂາຍເຖື່ອນ, ຢາເສບຕິດ, ການຄ້າມະນຸດ....2 ຝ່າຍຢືນຢັນຄືນເຖິງຫຼັກການບໍ່ອະນຸຍາດໃຫ້ບໍ່ວ່າກຳລັງເປັນປໍລະປັກໃດໆນຳໃຊ້ຜືນແຜ່ນດິນຂອງປະເທດໜຶ່ງເພື່ອທຳລາຍຄວາມສະຫງົບ ແລະ ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ.
ທ່ານນາຍົກລັດຖະມົນຕີທັງ 2ຢືນຢັນຄວາມຕັດສິນໃຈຂອງລັດຖະບານ 2 ປະເທດສຳເລັດວຽກງານຂີດຂັ້ນປັກຫຼັກໝາຍທາງບົກໂດຍໄວ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ພັດທະນາ ລະຫວ່າງ 2 ປະເທດ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີຍົກສູງຫຼັກໝັ້ນຮ່ວມຂອງອາຊຽນຄືໄດ້ຍົກອອກໃນຖະແຫຼງການ 6 ຂໍ້ຂອງອາຊຽນກ່ຽວກັບ ທະເລຕາເວັນອອກ, ແກ້ໄຂການພິພາດການໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຊຸກຍູ້ການປະຕິບັດຖະແຫຼງການ DOC ແລະ ສ້າງປະມວນຫຼັກການ COC ລະຫວ່າງ ອາຊຽນ-ຈີນໂດຍໄວ. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 10 ສະບັບລະຫວ່າງ 2 ປະເທດ.
ແລະຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Hun Sen ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Hun Sen, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍບັນດາຜົນງານສຳຄັນກ່ຽວກັບການພົວພັນພາຍໃນ ແລະ ພົວພັນກັບຕ່າງປະເທດ ເຊິ່ງປະຊາຊົນ ກຳປູເຈຍ ຍາດມາໄດ້, ຊົມເຊີຍ ກຳປູເຈຍ ຈັດຕັ້ງການເລືອດຕັ້ງສະພາແຫ່ງຊາດອາຍຸການທີ 5 ສຳເລັດຜົນ ແລະ ພັກປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍໃຫ້ທ່ານນາຍົກລັດຖະມົນຕີ Samdech Hunsen ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ ສືບຕໍ່ເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການເປັນປະທານຂອງລັດຖະບານລາຊະອານາຈັກ ກຳປູເຈຍ, ປະເທດ ກຳປູເຈຍ ຈະສືບຕໍ່ພັດທະນາໃນທຸກໆຂົງເຂດ.
ທ່ານເລຂາທິການໃຫຍ່ ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງ ນາຍົກລັດຖະມົນຕີ 2 ທ່ານ ແລະ ສະເໜີໃຫ້ນາຍົກລັດຖະມົນຕີ ທັງ 2 ຊີ້ນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງສົມທົບຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມຢ່າງມີປະສິດທິຜົນ.
ຕາມລາຍການແລ້ວ, ວັນທີ 27/12, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ໄປວາງພວງມາລາຢູ່ອານຸສາວະລີບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ເຂົ້າຄຳນັບສຸສານປະທານໂຮ່ຈິມິນ ແລະ ພົບປະກັບອະດີດນັກຊ່ຽວຊານ, ອະດີດທະຫານອາສາສະໝັກຫວຽດນາມ. ທ່ານຍັງກໍ່ຈະມີການພົບປະກັບບັນດານັກລົງທຶນຫວຽດນາມ ແລະ ຕ້ອນຮັບສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ.