ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe
(ພາບ: Kyodo/TTXVN)
(vovworld) - ວັນທີ 08/01 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ໃຫ້ຮູ້ວ່າ: ທ່ານອາດຈະໄປຢ້ຽມຢາມ ລັດເຊຍ ໃນຕົ້ນປີນີ້ ເພື່ອສືບຕໍ່ເຈລະຈາກ່ຽວກັບເລືອງແກ້ໄຂບັນດາການຂັດແຍ້ງຜືນແຜ່ນດິນ ແລະ ເຊັນສົນທິສັນຍາສັນຕິພາບລະຫວ່າງ 2 ປະເທດ. ເດືອນ 12/2016, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການຢ້ຽມຢາມ ຍີ່ປຸ່ນ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ Shizo Abe. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບດຳເນີນການເຈລະຈາກ່ຽວກັບບັນດາການເຄື່ອນໄຫວລວມບົນເກາະຕ່າງໆທີ່ພວມຂັດແຍ້ງກັນ. ການຂັດແຍ້ງອະທິປະໄຕສຳລັບເກາະ 4 ແຫ່ງແມ່ນ: Etorofu, Kunashiri, Shikotan ແລະ Habomai ເຊິ່ງປະຈຸບັນໂດຍ ລັດເຊຍ ຄວບຄຸມ ແລະ ເອີ້ນວ່າ ໃຕ້ Kuril ໃນຂະນະນັ້ນ ໂຕກຽວ ເອີ້ນວ່າ ເຂດຜືນແຜ່ນດິນທາງພາກເໜືອ ໄດ້ກີດຂວາງ 2 ປະເທດເຊັນສົນທິສັນຍາສັນຕິພາບພາຍຫລັງສົງຄາມໂລກຄັ້ງທີ 2.