ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ກາ​ນ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ລາວ

(VOVWORLD) -  ຕອນບ່າຍວັນທີ 8 ຕຸລານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ປີ 2024
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ກາ​ນ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

     ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງຊົມເຊີຍລາວໃນຖານະເປັນປະທານອາຊຽນ 2024 ໄດ້ຈັດຕັ້ງບັນດາກອງປະຊຸມສຳຄັນຂອງອາຊຽນຢ່າງສຳເລັດຜົນ. ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການສະໜັບສະໜູນ ຢ່າງ ຕັ້ງໜ້າ ຂອງຫວຽດນາມໃຫ້ແກ່ລາວ ໃນໄລຍະເປັນປະທານອາຊຽນ 2024, ຢືນຢັນວ່າ ຜົນສຳເລັດຂອງ ສປປ ລາວ ໃນຖານະບົດບາດປະທານອາຊຽນ ກໍມີການປະກອບສ່ວນສຳຄັນ ຂອງຫວຽດນາມ. ການນຳສອງທ່ານໄດ້ເຫັນດີສືບຕໍ່ແລກປ່ຽນບົດຮຽນແລະຂໍ້ມູນຂ່າວສານເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ກາ​ນ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ລາວ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)
ໃນວັນດຽກັນ,ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມປະທັບໃຈຕໍ່ການກະກຽມຢ່າງລອບຄອບຖີ່ຖ້ວນໃນທຸກດ້ານໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບົດບາດຂອງ ລາວ ໃນຖານະເປັນປະທານ ອາຊຽນ  2024; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັບ ລາວ ແລະ ບັນດາປະເທດ ເພື່ອໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ປະສົບຜົນສຳເລັດ, ປະກອບສ່ວນເສີມຂະຫຍາຍອິດທິພົນຊື່ສຽງຂອງ ລາວ ແລະ ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງ ອາຊຽນ. ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງຄຸນຄ່າຂອງນ້ຳໃຈສາມັກຄີ ຫວຽດນາມ - ລາວ, ຫວຽດນາມ - ລາວ - ກຳປູເຈຍ, ເຫັນດີສືບຕໍ່ສົມທົບກັບ ກຳປູເຈຍ ນຳການພົວພັນຮ່ວມມື 3 ປະເທດ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນແທດຈິງຂອງສາມປະເທດ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່.

    ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ເຊິ່ງເປັນໜຶ່ງໃນບັນດາບໍລິສັດທີ່ມີການມອບພັນທະຫຼາຍທີ່ສຸດເຂົ້າໃນງົບປະມານແຫ່ງລັດ ລາວ, ສ້າງອິດທິພົນຊື່ສຽງອັນໃຫຍ່ຫຼວງ ແລະ ກວມເອົາ 57% ອັດຕາສ່ວນການຕະຫຼາດ.  

  

ແລະ ກໍໃນວັນທີ 8 ຕຸລານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45. ທີ່ການພົບປະ, ການນຳສອງປະເທດຢືນຢັນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງສຸດແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ ແລະ ເປັນປັດໄຈເປັນຕາຍຕໍ່ພາລະກິດປະຕິວັດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສະພາແຫ່ງຊາດຂອງສອງປະເທດສ້າງກອບກົດໝາຍສະດວກເພື່ອເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານ

ສ່ວນທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດ ແລະ ປາດຖະໜາຢາກຮັດແໜ້ນສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວຕິດຕາມກວດກາຮ່ວມ, ປະກອບສ່ວນປະຕິບັດບັນດາໂຄງການຈຸດສຸມຢ່າງມີປະສິດທິຜົນ ແລະ ຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມ.

   

ຕອບກັບ

ຂ່າວ/ບົດ​ອື່ນ