ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ເສັ້ນ​ທາງ​ດ່ວນ ຮ​ວ່າ​ບິ່ງ - ໂມກ​ເຈົາ

(VOVWORLD) -        ຕອນເຊົ້າວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການທາງດ່ວນ ຮວ່າບິ່ງ - ໂມກເຈົາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​ເສັ້ນ​ທາງ​ດ່ວນ ຮ​ວ່າ​ບິ່ງ - ໂມກ​ເຈົາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ປັດຈຸບັນ ລະບົບຄົມມະນາຄົມເຊື່ອມຕໍ່ພາຍໃນແຂວງ, ແຂວງຕໍ່ແຂວງ, ລະຫວ່າງເຂດຕາເວັນຕົກສ່ຽງເໜືອ ຍັງປະສົບກັບຄວາມຫຍຸ້ງຍາກ, ຫາກໍ່ມີເສັ້ນທາງດ່ວນ ຮ່າໂນ້ຍ - ລາວກາຍ. ດັ່ງນັ້ນ, ການສຸມແຫຼ່ງກຳລັງລົງທຶນ, ກໍ່ສ້າງເສັ້ນທາງດ່ວນ ຮ່າໂນ້ຍ - ຮວ່າບິ່ງ - ເຊີນລາ - ດ້ຽບນຽນ, ໃນນັ້ນ ມີໂຄງການເສັ້ນທາງດ່ວນ ຮວ່າບິ່ງ - ໂມກເຈົາ ສຳເລັດ, ແມ່ນມີຄວາມໝາຍຍຸດທະສາດສຳຄັນ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາແຂວງເຂດຕາເວັນຕົກສ່ຽງເໜືອ, ລະຫວ່າງ ເຂດຕາເວັນຕົກສ່ຽງເໜືອ ກັບ ຮ່າໂນ້ຍ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳແດງ; ສ້າງແຫຼ່ງກຳລັງໃໝ່ ເພື່ອດຶງດູດການລົງທຶນ, ພັດທະນາບັນດາຂະແໜງເສດຖະກິດ, ເປີດກວ້າງສິ່ງແວດລ້ອມພັດທະນາໃໝ່, ນຳເຂດຕາເວັນຕົກສ່ຽງເໜືອ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ ເຂັ້ມແຂງກວ່າ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາແຂວງ ຮວ່າບິ່ງ, ເຊີນລາ, ດ້ຽບນຽນ ຈົ່ງມີຄວາມຕັດສິນໃຈສູງ, ພະຍາຍາມເພື່ອປະຕິບັດເປົ້າໝາຍໄດ້ວາງອອກໃຫ້ສຳເລັດ.

        ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ແຂວງ ຮວ່າບິ່ງ ຫຼຸດເວລາດຳເນີນການກໍ່ສ້າງລົງ ແລະ ຕ້ອງສຳເລັດກ່ອນວັນທີ 31 ທັນວາ 2027, ຮັບປະກັນຄວາມຄືບໜ້າ, ປອດໄພ, ມີຄຸນນະພາບ, ເຕັກນິກ ແລະ ຄວາມງາມ.

ຫວູຄວຽນ


ຕອບກັບ

ຂ່າວ/ບົດ​ອື່ນ