ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ນະ​ຄອນ ໂຮ່​ຈີ​ມິນ ປີ 2024

(VOVWORLD) -         ຕອນເຊົ້າວັນທີ 25 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ຫັນເປັນອຸດສາຫະກຳ, ກຳລັງໃໝ່ແກ່ການພັດທະນາແບບຍືນຍົງ ນະຄອນ ໂຮ່ຈີມິນ”.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ນະ​ຄອນ ໂຮ່​ຈີ​ມິນ ປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ (ພາບ: VOV)

ໃນວາລະໄຂເວທີປາໄສຂອງຕອນເຊົ້າວັນດຽວກັນ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ທ່າອ່ຽງຫຼັກແຫຼ່ງແກ່ນສານກ່ຽວກັບການຫັນເປັນອຸດສາຫະກຳໃນໂລກ; ລະບົບນິເວດການບໍລິຫານ ແລະ ນະໂຍບາຍຊຸກຍູ້ວິວັດທະນາການຫັນເປັນອຸດສາຫະກຳ; ຍຸດທະສາດຫັນປັນອຸດສາຫະກຳ ນະຄອນ ໂຮ່ຈີມິນ ໃນສະພາບການຮ່ວມສຳພັນເຂດ, ພາກສາກົນ ແລະ ທ່າອ່ຽງເຕັກໂນໂລຢີໃໝ່: ບົດບາດເປັນໃຈກາງຂອງການປະຕິບັດອຸດສາຫະກຳ 4.0 ຢູ່ນະຄອນ ໂຮ່ຈີມິນ ຕິດພັນກັບການຫັນເປັນອຸດສາຫະກຳ. ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳ ຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ແລະ ຕ້ອນຮັບບັນດາວິສາຫະກິດທີ່ກໍ່ຕັ້ງເວທີປາໄສດັ່ງກ່າວ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ສົນທະນານະໂຍບາຍກັບວິສາຫະກິດ, ທ້ອງຖິ່ນ ເພື່ອແນໃສ່ແກ້ໄຂບັນດາຈຸດອຸດຕັນຈາກຄວາມຕ້ອງການຕົວຈິງຂອງວິສາຫະກິດ ແລະ ທ້ອງຖິ່ນ.

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ນະຄອນ ໂຮ່ຈີມິນ. ນີ້ແມ່ນສູນ C4IR ແຫ່ງທີ່ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ຖັດຈາກ ມາເລເຊຍ ເຂົ້າຮ່ວມເຄືອຂ່າຍສູນປະຕິວັດອຸດສາຫະກຳຄັ້ງ ທີ 4 ທົ່ວໂລກ ຂອງ WEF.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ