ນາຍົກລັດຖະມົນຕີ ຫງວຽນຊວນຟຸກລົງອວຍພອນບຸນເຕັດຢູ່ແຂວງເທືອທຽນເຫ້ວ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກອວຍພອນປີໃໝ່ອຳນາດການປົກຄອງ ແລະ ປະຊາຊົນແຂວງເທືອທຽນເຫ້ວ |
(vovworld) – ຕອນເຊົ້າວັນທີ 31/1(ກົງກັບວັນທີ 4 ບຸນເຕັດ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງໄປອວຍພອນປີໃໝ່ອຳນາດການປົກຄອງ ແລະ ປະຊາຊົນແຂວງເທືອທຽນເຫ້ວ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ ແຂວງເທືອທຽນເຫ້ວຄວນເສີມຂະຫຍາຍບັນດາທ່າແຮງເພື່ອພັດທະນາເສດຖະກິດທ່ອງທ່ຽວ, ຮ່ວມສຳພັນກັບບັນດາທ້ອງຖິ່ນພາກກາງຄືດານັ້ງ, ກວາງນາມເພື່ອພັດທະນາທ່ອງທ່ຽວໃຫ້ແຂງແຮງກວ່າອີກ. ພ້ອມກັນນັ້ນ ກໍແມ່ນການຫັນປ່ຽນກະສີກຳແບບມູນເຊື້ອໄປສູ່ພື້ນຖານກະສີກຳສະຫຼາດ, ມີຄຸນນະພາບສູງເພື່ອຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ:
“ ຂ້າພະເຈົ້າເຊື້ອໝັ້ນວ່າ ດ້ວຍມູນເຊື້ອການປະຕິວັດທີ່ອົງອາດກ້າແກ່ນ ແລະ ພິເສດແມ່ນບັນດາໝາກຜົນສຳຄັນໃນໄລຍນະທີ່ຜ່ານມາ, ເປັນຕົ້ນແມ່ນໃນປີ 2016, ແນ່ນອນວ່າ ແຂວງ ເທື່ອທຽນເຫວ້ ຈະມີບາດກ້າວພັດທະນາຮອບດ້ານທີ່ດີກ່ວາອີກ ແລະ ດ້ວຍລະດັບໄວກວ່າອີກເພື່ອໃຫ້ແຂວງເທື່ອທຽນເຫວ້ປະກອບສ່ວນພ້ອມກັບທົ່ວປະເທດພັດທະນາຢ່າງແຂງແຮງ. ອີກເທຶ່ອໜຶ່ງ, ຂ້າພະເຈົ້າອວຍພອນບັນດາສະຫາຍຕ້ອນຮັບລະດູບານໃໝ່ດ້ວຍຄວາມມ່ວນຊຶ່ນ ດ້ວຍຄວາມຕັດສິນໃຈສູງກວ່າເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງແຂວງຕົນ ”