(VOVWORLD) - 2 ຝ່າຍຕີລາຄາສູງ ແລະ ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ສປຊ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi |
ໂດຍສືບຕໍ່ການຢ້ຽມຢາມ ອິນເດຍ, ວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ນາຍົກລັດຖະມົນຕີ 2 ປະເທດເຫັນດີເປັນເອກະສັນຮັກສາບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ລະຫວ່າງພັກ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນເປັນປະຈຳ; ຈັດຕັ້ງວາລະປະຊຸມຄັ້ງຕໍ່ໄປຂອງຄະນະກຳມະການປະສົມຂັ້ນລັດຖະມົນຕີການຕ່າງປະເທດໃນຕົ້ນປີ 2018 ຢູ່ ຮ່າໂນ້ຍ ໂດຍໄວ ເພື່ອກວດກາບັນດາຂົງເຂດຮ່ວມມື ແລະ ວາງອອກບັນດາມາດຕະການລະອຽດເພື່ອຜັນຂະຫຍາຍໂຄງການເຄື່ອນໄຫວໄລຍະ 2017 – 2020.
ໂດຍຕີລາຄາການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ອິນເດຍ ສືບຕໍ່ໜູນຊ່ວຍ ຫວຽດນາມ ບຳລຸງສ້າງ ຍົກສູງກຳລັງຄວາມສາມາດ, ພາສາອັງກິດ, ຖ່າຍທອດເຕັກໂນໂລຢີດ້ານປ້ອງກັນຊາດ ແລະ ສະໜອງສິນເຊື່ອດ້ານປ້ອງກັນຊາດ. ທ່ານນາຍົກລັດຖະມົນຕີ Modi ຊົມເຊີຍ 2 ຝ່າຍສືບຕໍ່ແລກປ່ຽນຄະນະ, ຮັກສາບັນດາກົນໄກຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສະເໜີໃຫ້ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບາງບ້ວງສິນເຊື່ອການປ້ອງກັນຊາດທີ່ໄດ້ຕົກລົງນຳກັນແລ້ວ.
ເພື່ອບັນລຸໄດ້ວົງເງິນການຄ້າ 15 ຕື້ USD ໃນປີ 2020, ນາຍົກລັດຖະມົນຕີ 2 ທ່ານສະເໜີວ່າ ອະນຸກຳມະການການຄ້າ 2 ປະເທດໂຮມປະຊຸມໃນຕົ້ນປີ 2018 ໂດຍໄວເພື່ອຄົ້ນຄ້ວາ, ຊອກຫາວິທີການແກ້ໄຂ, ໃນນັ້ນ ຄວນຍູ້ແຮງການຄົ້ນຄ້ວາເຊື່ອມຕໍ່ດ້ານການບິນ ແລະ ການເດີນເຮືອ ເພື່ອແນໃສ່ຫລຸດຜ່ອນເວລາຂົນສົ່ງ, ຫລຸດຄ່າໃຊ້ຈ່າຍລົງ ແລະ ເພີ່ມລັກສະນະແກ່ງແຍ້ງຂອງສິນຄ້າ 2 ປະເທດ, ຈຳກັດ ແລະ ລົບລ້າງຮົ້ວກີດຂວາງດ້ານການຄ້າເທື່ອລະກ້າວ, ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກ - ນຳເຂົ້າຂອງ 2 ປະເທດ.
ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມືບາງສະບັບ. |
2 ຝ່າຍຕີລາຄາສູງ ແລະ ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ສປຊ. ໃນບົດບາດເປັນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ກຽມພ້ອມສົມທົບກັບ ອິນເດຍ ເພີ່ມທະວີການພົວພັນທຸກດ້ານກັບ ອາຊຽນ ກ່ວາອີກ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ກະຕຸກຊຸກຍູ້ການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ເໝາະສົມ ແລະ ມີລັກສະນະຜູກມັດດ້ານນິຕິກຳ.
ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີມອບຂໍ້ຕົກລົງຮ່ວມມືບາງສະບັບ.