ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບນາຍົກລັດຖະມົນຕີ Charles Michel
(VOVWORLD) - ຕອນບ່າຍວັນທີ 16 ຕຸລາ (ຕາມເວລາທ້ອງຖິ່ນ). ພາຍຫລັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ວັງ Palais d’Egmont. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel |
ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືເສດຖະກິດ, ຮັກສາບັນດາກົນໄກຮ່ວມມືຄື: ຄະນະກຳມະການປະສົມ ຫວຽດນາມ - ແບນຊິກ ກ່ຽວກັບການຮ່ວມມືເສດຖະກິດ ເພື່ອກຳນົດທິດການພົວພັນດ້ານເສດຖະກິດ, ກຳນົດຈຸດສຸມບຸລິມະສິດ, ຍົກສູງປະສິດທິພາບຂອງບັນດາໂຄງການ ໄດ້ ແລະ ພວມປະຕິບັດ. ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກວ່າ ຄວນສົມທົບກັນສ້າງເງື່ອນໄຂໃຫ້ການເຊື່ອມຕໍ່ຮ່ວມມື ແລະ ດຳເນີນທຸລະກິດລະຫວ່າງບັນດາຄູ່ຮ່ວມມື 2 ປະເທດ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊິ່ງ ແບນຊິກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ການຂົນສົ່ງ, ທ່າກ່ຳປັ່ນ, ການບໍລິການພະລາທິການ…ນາຍົກລັດຖະມົນຕີ 2 ທ່ານຕີລາຄາເລື່ອງເຊັນຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດກະສິກຳລະຫວ່າງ ຫວຽດນາມ - ແບນຊິກ ກໍ່ຄືການຮ່ວມມືໃນຂົງເຂດສຸຂະອະນາໄມຂອງອາຫານ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາປະເພດສິນຄ້າກະສິກຳ, ສິນໃນນ້ຳຂອງ ຫວຽດນາມ ທີ່ມີຄຸນນະພາບສູງໄດ້ແຊກຊຶມເຂົ້າກັບຕະຫລາດ ແບນຊິກ ແລະ ກົງກັນຂ້າມ.
ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບ 2 ປະເທດຄວນສືບຕໍ່ເສີມຂະຫຍາຍບັນດາຜົນງານຂອງການຮ່ວມມືພັດທະນາກໍ່ຄືການຮ່ວມມືໃນບັນດາຂົງເຂດການສຶກສາບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ວິທະຍາສາດ-ເຕັກໂນໂລຊີ, ຕຸລາການ, ແລກປ່ຽນວັດທະນະທຳ…
ພາຍຫລັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ພົບປະກັບສື່ມວນຊົນເພື່ອປະກາດກ່ຽວກັບໝາກຜົນແຫ່ງການເຈລະຈາ.