(vovworld) - ຕອນບ່າຍວັນທີ 04/06, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນ Mozambique, Alberto Ricardo Mondlane ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຖືວ່າ ໝາກຜົນການຢ້ຽມຢາຫວຽດນາມ ຂອງທ່ານ Alberto Ricardo Mondlane ແລະ ໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງພາຍໃນ 2 ປະເທດ ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ ລັດຖະບານຫວຽດນາມ ສະໜັບສະໜູນການຮ່ວມມືລະຫວ່າງ 2 ກະຊວງ, ໂດຍສະເພາະແມ່ນໃນຂົງເຂດຕ້ານອາດຊະຍາກຳ ແລະ ປົກປ້ອງພົນລະເມືອງຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕິຫວຽນເຕີນຢຸງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ Mozambique ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ທັງ 2 ຝ່າຍ. ບົນພື້ນຖານດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ສະເໜີໃຫ້ທັງ 2 ຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນຫຼາຍຝ່າຍ, ຍູ້ແຮງຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ພ້ອມທັງເປີດກວ້າງໃນບັນດາຂົງເຂດຮ່ວມມືໃໝ່ກ່ຽວກັບການປູກຢາງພາລາ, ສາທາລະນະສຸກ, ການສຶກສາບຳລຸງສ້າງ... ສ່ວນທ່ານ Alberto Ricardo Mondlane ຢືນຢັນວ່າ, Mozambique ຖືເປັນສຳຄັນການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ. ທ່ານ Alberto Ricardo Mondlane ໃຫ້ຮູ້ວ່າ, ປະຈຸບັນມີພະນັກງານ, ຜູ້ຊ່ຽວຊານຫຼາຍຄົນຂອງຫວຽດນາມ ພວມຊ່ວຍເຫຼືອ Mozambique ໃນຂົງເຂດກະສິກຳ, ໂທລະຄົມ, ອຸດສາຫະກຳ... ທ່ານ Alberto Ricardo Mondlane ກໍໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, 2 ກະຊວງ ໄດ້ວາງອອກບັນດາທິດທາງຮ່ວມມືໃນຕໍ່ໜ້າ, ໃນນັ້ນຊຸມໃສ່ເຂົ້າໃນການບຳລຸງສ້າງພະນັກງານປ້ອງກັນ, ຕ້ານອາດຊະຍາກຳ.