ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
 ຕ້ອນຮັບ​ອະດີດ​ນາຍົກລັດຖະມົນຕີອັງກິດ
(ພາບ: VGP)


(vovworld) – ທີ່​ການ​ຕ້ອນຮັບ​​ທ່ານອະດີດ​ນາຍົກລັດຖະມົນຕີອັງກິດ Tony Blair, ໃນ​ຕອນ​ບ່າຍ​ວັນ​ທີ 01/11, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ຂອງ​ທ່ານ Tony Blair ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ; ​ໃຫ້​ຮູ້​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ ພວມ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຖື​ວ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່, ສະ​ນັ້ນ, 2 ຝ່າຍ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ, ກວ້າ​ງຂວາງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ​ສຳ​ລັບບັນດາ​ຂໍ້​ຕົກລົງ​ຮ່ວມ​ມື, ລົງທຶນ; ປາດ​ຖະໜາວ່າ ​ອັງກິດ​ສືບ​ຕໍ່​ສະ​ຫງວນທຶນ ODA ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ທ່ານ Tony Blair ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU, ​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU ​ໂດຍ​ໄວ, ກໍ່​ຄື​ອະນຸມັດ​ຜ່ານ​ສັນຍາ​ຄູ່​ຮ່ວມມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - EU.

        ສ່ວນ​ທ່ານ Tony Blair ກໍ່​ຢືນຢັນ​ວ່າ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ລົງທຶນ​ໂດຍ​ກົນ​ຈາກ​ຕ່າງປະ​ເທດ, ​ແລກປ່ຽນ​ການ​ຄ້າ, ພັດທະນາ​ການ​ສຶກສາ - ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ