ນາຍົກລັດຖະມົນຕີ ຫງວຽນເຕິ້ນຢຸ້ງ ພົບປະກັບປະທານາທິບໍດີ ສ. Seychelles

ນາຍົກລັດຖະມົນຕີ ຫງວຽນເຕິ້ນຢຸ້ງ ພົບປະກັບປະທານາທິບໍດີ ສ. Seychelles  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງ 
ພົບປະກັບທ່ານ​ປະທານາທິບໍດີ​ສ. Seychelles James Alix Michel
(ພາບ: baodientuchinhphu)

(Vovworld- ) ຕອນ​ບ່າຍ​ວັນ​ທີ 29/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸງ ໄດ້ມີການພົບປະກັບທ່ານ​ປະທານາທິບໍດີ​ສ. Seychelles James Alix Michel . ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸ້ງໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງ ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະທານາທິບໍດີ​ສ. Seychelles ກໍ​ຄື​ບັນດາ​ເອກະສານ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິ້ນຢຸງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ຈະ​​ໄຂ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ຄວາມ​ຂອບ​ໃຈ​ລັດຖະບານ Seychelles ທີ່​ໄດ້​ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ. ສ່ວນ ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ຢືນຢັນ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ແມ່ນ​ຫຼັກ​ໝາຍ​ໃໝ່​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ Seychelles . ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ຫວັງ​ວ່າ ຫວຽດນາມ​ຈະ​ແມ່ນ​ປະຕູ​ເພື່ອ​ໃຫ້  Seychelles ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ພ້ອມ​ທັງ​ຢືນຢັນ​ວ່າ Seychelles ກຽມພ້ອມ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ຫວຽດນາມ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ. ທ່ານ​ປະທານາທິບໍດີ​ສ. Seychelles James Alix Michel ຍັງ​ຢືນຢັນ​ສະໜັບສະໜູ​ນຫວຽດນາມ​ໃນ​ບັນດາ​ເວ​ທີ່​ປາ​ໄສ​ສາກົນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ 2 ປະ​ເທດ.

ຂ່າວ/ບົດ​ອື່ນ