(vovworld) – ເນື່ອງໃນໂອກາດບຸນປີໃໝ່ປີມະເສງ 2013, ຕອນບ່າຍວັນທີ 23/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະສັງສັນກັບອະດິດການນຳລັດຖະບານ, ບັນດາສະມາຊິກລັດຖະບານ ຊຸດຕ່າງໆ ແລະ ບັນດາການນຳລັດຖະບານ, ສະມາຊິກລັດຖະບານພວມດຳລົງຕຳແໜ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນໜັກວ່າ: ປີ 2012 ທີ່ຜ່ານມາ, ແມ່ນປີຫຍຸງຫຍາກ ແລະ ທ້າທາຍຕໍ່ ຫວຽດນາມ ຢ່າງແທ້ຈິງ, ແຕ່ພາຍໃຕ້ການນຳພາຂອງພັກ, ການສະໜັບສະໜູນຂອງປະຊາຊົນ, ລັດຖະບານໄດ້ສະມັກຄີ, ເຫັນດີເປັນເອກະພາບ, ມານະພະຍາຍາມສຸ້ຊົນ, ເດັດດຽວກະທຳເພື່ອນຳປະເທດໃຫ້ກ້າວຂຶ້ນ ແລະ ສ້າງທ່າພັດທະນາໃນປີ 2013 - ເຊິ່ງແມ່ນປີບານພັບຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2011 – 2015).
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຫວັງວ່າ: ບັນດາອະດິດການນຳລັດຖະບານ, ບັນດາສະມາຊິກລັດຖະບານຊຸດຕ່າງໆ ສືບຕໍ່ມີການປະກອບສ່ວນອັນລ້ຳຄ່າ, ສຸດຈິດສຸດໃຈໃຫ້ແກ່ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປະຈຸບັນ ແລະ ຢັ້ງຢືນວ່າລັດຖະບານຈະຕັດສິນໃຈມານະພະຍາຍາມສູ້ຊົນ, ເດັດດຽວເຄື່ອນໄຫວ, ສາມັກຄີ, ເຫັນດີເຫັນພ້ອມ, ຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍ ເພື່ອປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນປີ 2013 ແລະ ໃນຊຸມປີຕໍ່ໆໄປໃຫ້ບັນລຸໝາກຜົນສູງສຸດ.