ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເປີດກ້ວາງທາງຫຼວງ 1A
(vovworld) – ຕອນເຊົ້າວັນທີ 26/3, ຢູ່ແຂວງ ເງ້ອານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການເປີກ້ວາງທາງຫຼວງ 1A ຕອນແຕ່ ງີເຊີນ, ແຂວງແທງຮ໋ວາ ຮອດ ເກົ່າຢາດ, ແຂວງ ເງ້ອານ ດ້ວຍຍາວເກືອບ 34 ກມ ລວມມູນຄ່າກ່ວາ 3.600 ຕື້ດົ່ງ, ທາງຫຼວງ 1A ຂຶ້ນ ລວມມີ 4 ແລວສຳລັບລົດໃຫຍ່, 2 ແລວສຳລັບລົດຈັກ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ເຈົ້າຂອງລົງທຶນປະຕິບັດຄຳໝັ້ນສັນຍາຜັນຂະຫຍາຍໂຄງການດ້ວຍຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາແຂວງ, ນະຄອນ ທີ່ມີເສັ້ນທາງ 1A .... ສຸມໃສ່ປະຕິບັດສຳເລັດວຽກງານບຸກເບີກໜ້າພຽງ, ສູ້ຊົນຮອດທ້າຍປີ 2015 ຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໄປກວດກາຄວາມຄືບໜ້າ, ລະດົມກຳລັງໃຈພະນັກງານ, ນັກວິສາວະກອນ, ກຳມະກອນຜູ້ອອກແຮງງານທີ່ພວມຜັນຂະຫຍາຍໂຄງການເປີດກ້ວາງເສັ້ນທາງຫຼວງ 1A ຕອນແບ໋ນຖູຍໃຕ້ (Ben Thuy), ນະຄອນ ຮ່າຕິ້ງ. ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ຈວງບົນ (Chuong Bon) ຖະຫວາຍທູບທຽນອາໄລຫາ ຊາວໜຸ່ມຕະລຸມບອນ 13 ຄົນ ທີ່ໄດ້ເສຍສະຫຼະຊີວິດຢູ່ທີ່ນີ້ ແລະ ກວດກາຄວາມຄືບໜ້າຂຶງໂຄງການລົງທຶນກໍ່ສ້າງອະນຸລັກຮັກສາ, ປູລະນະປະຕິສັງຂອນເຂດປູຊະນີຍະສະຖານປະຫວັດສາດດັ່ງກ່າວ.