ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຮັດວຽກກັບຄະນະພັກຕຳຫຼວດສູນກາງ

ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຮັດວຽກກັບຄະນະພັກຕຳຫຼວດສູນກາງ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຮັດວຽກກັບຄະນະພັກຕຳຫຼວດສູນກາງ
(ພາບ: cand.com.vn)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 21/12, ໃນ​ການເຮັດ​ວຽກ​ກັບ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ, ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ການ, ຜົນງານ​ຂອງ​ຕຳ​ຫຼວດ​ໃນ​ປີ 2014, ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ປີ 2015. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຊີ້​ແຈ້ງວ່າ, ປີ 2015, ຢູ່​ຫວຽດນາມ​ຈະ​ດຳ​ເນີນ​ຫຼາຍ​ເຫດການ​ ການ​ເມືອງສຳຄັນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ ​ແລະ ອາດ​ຊະ​ຍາ​ກຳ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທຳລາຍ, ດັ່ງ​ນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ເປັນ​ເຈົ້າ​ການ​ກຳ​ແໜ້ນ, ​ໄຈ້​ແຍກ, ຄາດ​ຄະ​ເນ​ສະພາບ​ການ ​ເພື່ອ​ເປັນ​ເສນາ​ທິການ, ​ເພື່ອ​ໃຫ້​ພັກ, ລັດມີ​ແຜນ​ນະ​ໂຍບາຍ, ລັດຖະນະ​ໂຍບາຍ​ທີ່​ຖືກຕ້ອງ. ກຳລັງ​ຕຳຫຼວດ​ຕ້ອງ​ຄົ້ນ​ພົບ, ສະກັດ​ກັ້ນຢ່າງ​ທັນ​ການ ​ແລະ ​ເຮັດ​ໃຫ້​ທຸກ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ​ຖືກ​ປະລາ​ໄຊ.

ຂ່າວ/ບົດ​ອື່ນ