ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເຮັດວຽກກັບສະຫະພັນແມ່ຍິງ
ພາບ: dantri.com.vn
(vovworld) - ຕອນເຊົ້າວັນທີ 22/2 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຮັດວຽກກັບ ຄະນະປະທານສະຫະພັນແມ່ຍິງ ຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການສົມທົບວຽກງານ ແລະ ເປັນເອກະພາບກ່ຽວກັບຈຸດສຸມໃນການສົມທົບກັນໄລຍະຈະມາເຖິງ. ບົນພື້ນຖານບັນດາຈຸດໝາຍ, ຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃນປີນີ້ ແລະ ຊຸມປີຕໍ່ໄປ, ທ່ານນາຍົກ ລັດຖະມົນຕີສະເຫນີວ່າ: ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງຫນ້າເພື່ອສ້າງສຳເລັດລະບົບກົດໝາຍຕິດພັນກັບການເພີ່ມທະວີໂຄສະນາການປະຕິບັດກົດໝາຍ ທີ່ກ່ຽວຂ້ອງເຖິງຄວາມສະເຫມີພາບ ລະຫວ່າງ ຍິງຊາຍ, ປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ຍູ້ແຮງບັນດາຂະບວນການແຂ່ງຂັນອັນແທດຈິງ, ບັນດາໂຄງການຫນູນຊ່ວຍແມ່ຍິງ ເປັນຕົ້ນແມ່ນແມ່ຍິງຊົນເຜົ່າ, ສຸມໃສ່ບຳລຸງສ້າງ ຍົກສູງລະດັບຄວາມຮູ້ຂອງພະນັກງານສະຫະພັນແມ່ຍິງຂັ້ນຕ່າງໆ.
ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຮັດວຽກກັບຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ກ່ຽວກັບກົດລະບຽບການສົມທົບ ລະຫວ່າງລັດຖະບານກັບສະຫະພັນໃຫຍ່ແຮງງານຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງຖືວ່າ: ຈຸດໃຈກາງໃນການສົມທົບລະຫວ່າງລັດຖະບານ ແລະ ສະຫະພັນໃຫຍ່ແຮງງານຫວຽດນາມ ປີນີ້ ແມ່ນຄວນຍົກສູງຄຸນນະພາບ ແລະ ປະສິດທິຜົນການສ້າງກົດໝາຍ, ພິເສດ ແມ່ນບັນດາກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງກຳມະກອນ, ລັດຖະກອນ ແລະ ຄົນງານ ຕິດພັນກັບການຍູ້ແຮງວຽກງານຕິດຕາມກວດກາ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຄົນງານ. ສືບຕໍ່ຍູ້ແຮງບັນດາຂະບວນການແຂ່ງຂັນ, ບັນດາໂຄງການຍົກສູງສະມັດຕະພາບ, ຄຸນນະພາບ ປະສິດທິຜົນການອອກແຮງງານທຳການຜະລິດ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງຄົນງານ.