ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ໃຫ້ການຕ້ອນຮັບ ທ່ານ ສື່ຈີ້ນພີ່ງ ຮອງປະທານປະເທດຈີນ

ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ໃຫ້ການຕ້ອນຮັບ ທ່ານ ສື່ຈີ້ນພີ່ງ ຮອງປະທານປະເທດຈີນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ໋ງຕ້ອນຮັບທ່ານສື່ຈີ້ນພີ່ງ, ຮອງປະທານປະເທດຈີນ
ພາບ: ຈາກ chinhphu.vn

ຕອນ​ເຊົ້າ​ວັນ​ທີ 22/12, ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູ໋ງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ ສື່​ຈີ້​ນພີ່​ງ ກຳມະການປະຈຳ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດ​ຈີນ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ຖື​ວ່າ: ການ​ຢ້ຽມຢາມ​​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳຄັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພ້ອມ​ກັບ ລັດຖະບານ​ຈີນ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ກາ​ນນຳ​ຂັ້ນ​ສູງ​ສອງປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ສື່​ຈີ້​ນພີ່​ງ ​ເນັ້ນ​ຫນັກ​​ເຖິງ​ນ້ຳ​ໃຈ​ມິດຕະພາບ ລະຫວ່າງ ຈີນ ​ແລະ ຫວຽດນາມ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ຄວນ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ ​ເພື່ອ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ສະ​ນັ້ນ ສອງ​ຝ່າຍ​ຄວນ​ຢືດໝັ້ນ​ແກ້​ໄຂ​ບັນຫາ​ຕິດ​ຂັດ​ຢ່າງ​​ເໝາະ​ສົມ ຊຶ່ງ​ສອງ​ປະ​ເທດ​ອາດ​ຈະ​ຮັບ​ຮູ້​ໄດ້, ​ເພື່ອ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ. ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ຫວຽດນາມ ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ແລະ ມີ​ປະສິດທິ​ຜົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ແລະ ຮອງ​ປະທານ​ປະ​ເທດ​ຈີນ ສື່​ຈີ້​ນພີ່​ງ ​ເຫັນ​ດີ ຖື​ວ່າ: ສອງ​ຝ່າຍ​ຄວນ​ສືບ​ຕໍ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ,​ ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ລະຫວ່າງ ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ຍົກ​ສູງ​ບົດບາດ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

        ກ່ຽວ​ກັບ​ບັນຫາ​ຊາຍ​ແດນ​ທາງບົກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ສະ​​ເຫ​ນີ​ໃຫ້​ສອງ​ຝ່າຍ ຈົ່ງ​ສົມທົບ​ປະຕິບັດ​ບັນດາ​ເອກະສານ​ທີ່​ໄດ້​ລົງ​ນາມ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ປຶກສາ​ຫາລື​ຢ່າງ​ຕັ້ງຫນ້າ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ຊັບພະຍາກອນ​ການທ່ອງທ່ຽວ ບ້ານ​ຢົກ, ສັນຍາ​ກ່ຽວ​ກັບ​ກຳ​ປັ່ນ​ໄປມາ​ຢ່າງ​ເສລີ ຢູ່​ບໍລິ​ເວນ​ແມ່​ນ້ຳ​ເປ​ລວນ ປະຕິບັດ​ການ​ຮ່ວມ​ມື​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫ​ລ່ງນ້ຳ​ຢູ່​ເຂດ​ຊາຍ​ແດນຢ່າງ​ມີ​ປະສິດທິ​ຜົນ.  ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ບົນທະ​ເລ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ໄດ້​ຢ້ຳຄືນ​ຫລັກ​ໝັ້ນ​ຂອງ​ຫວຽດນາມ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ ປະຕິບັດບົນ​ຈິດ​ໃຈ​ພ້ອມ​ກັນ​ເຄົາລົບ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ. ສອງ​ຝ່າຍ​ເຫັນ​ດີ​ໂດຍ​ຖື​ວ່າ: ຄວນ​ສ້າງ​ຕັ້ງ​ກົນ​ໄກ​ແລກປ່ຽນ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ໂດຍ​ໄວ.

        ຕອນ​ເຊົ້າ​ວັນ​ດຽວກັນ, ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ສື່​ຈີ້​ນພີ່​ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ ທ່ານ​ເລ​ຮົ່ງ​ແອ​ງ ​ແລະ ທ່ານ ສື່​ຈີ້​ນພີ່​ງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ຈີນ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ຫລາຍ​ຈຸດ​ຄ້າຍຄື​ກັນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ​ເສດຖະກິດ, ສັງຄົມ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ນັບມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ, ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ