ນາຍົກລັດຖະມົນຕີ ຫວຽດນາມເຂົ້າຢ້ຽມ ຂ່ຳນັບພະບາດສົມ ເດັດພະເຈົ້າມະຫາຊີວິດ ກຳປູເຈຍ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ (ເບື້ອງຊ້າຍ) ແລະ ພະບາດສົມເດັດພະເຈົ້າມະຫາຊີວິດ Norodom Shihamoni (ເບື້ອງຂວາ)
(ພາບ: nguyentandung.org)
(vovworld) - ຕອນຄ່ຳວັນທີ 14/2, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ມາຢ້ຽມຢາມ ແລະ ເຂົ້າຢ້ຽມຂ່ຳນັບພະບາດສົມເດັດພະເຈົ້າມະຫາຊີວິດກຳປູເຈຍ Norodom Shihamoni ເນື່ອງໃນໂອກາດ ພະບາດສົມເດັດພະເຈົ້າມະຫາຊີວິດ ພັກເຊົາຢູ່ຮ່າໂນ້ຍໃນການເດີນທາງຈາກຕ່າງປະເທດກັບເມືອ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ພະບາດສົມເດັດພະເຈົ້າມະຫາຊີວິດ Norodom Shihamoni ລ້ວນແຕ່ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງດີງາມຂອງສາຍພົວພັນຖານບ້ານໃກ້ເຮືອນຄຽງ, ໃກ້ຊິດສະໜິດຕິດພັນ, ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ຕີລາຄາສູງຄວາມໝາຍຂອງປີ 2012 ເຊິ່ງແມ່ນປີແຫ່ງຄວາມສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ເນື່ອງໃນໂອກາດລະນຶກ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ພະບາດສົມເດັດພະເຈົ້າມະຫາຊີວິດ Norodom Shihamoni ຢືນຢັນວ່າ: ຈະສືບຕໍ່ປັນປຸງ ແລະ ເພີ່ມພູນຄູນສ້າງໃຫ້ນ້ຳໃຈສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ - ກຳປູເຈຍ.