ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ເຈົ້າຊີວິດ ບຣູໄນ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ເຈົ້າຊີວິດ ບຣູໄນ)
(vovworld) - ວັນທີ 29/4, ຢູ່ ນະຄອນຫຼວງ ມານີລາ (ຟີລີບປີນ), ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະສອງຝ່າຍກັບ ເຈົ້າຊີວິດ ບຣູໄນ, ທ່ານ Sultan Haji Hassanal Bolkiah, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30.
ທີ່ການພົບປະ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ເຈົ້າຊີວິດ ບຣູໄນ ໄດ້ເຫັນດີເປັນເອກະສັນ ຈະຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວກວ່າອີກ, ພິເສດແມ່ນ ການຄ້າ, ອຸດສະຫະກຳ, ກະສິກຳ ແລະ ທ່ອງທ່ຽວ, ພ້ອມທັງ, ເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວຂອງ ຄະນະກຳມະການຮ່ວມມືສອງຝ່າຍຂັ້ນລັດຖະມົນຕີການຕ່າງປະເທດ, ກຸ່ມເຮັດວຽກກ່ຽວກັບ ເຫຼົ່າທັບເຮືອ ແລະ ບັນດາກົມໄກຮ່ວມມືສອງຝ່າຍຕ່າງໆ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີ ບຣູໄນ ຊຸກຍູ້ ການລົງທຶນ ເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ປຸງແຕ່ງສະບຽງອາຫານສົ່ງອອກ, ຂຸດຄົ້ນແຮ່ທາດນ້ຳມັນອາຍແກັສ ແລະ ຂົງເຂດຕ່າງໆ. ທ່ານ ນາຍົກລັດຖະມົນຕີ ກໍ່ສະເໜີ ບຣູໄນ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມການລົງທຶນໃນບັນດາຂົງເຂດ ນ້ຳມັນອາຍແກັສ - ບໍລີການນ້ຳມັນອາຍແກັສ, ບັນດາ ສະບຽງອາຫານສຳລັບຊາວ ອິດສະລາມ ແລະ ຜະລິດຕະພັນກະເສດ ຢູ່ ບຣູໄນ.